ເປັນຄັ້ງທຳອິດ ນະຄອນເຫ້ວຈັດງານບຸນມໍລະດົກ ແລະ ດົນຕີ ສາກົນ ເຫ້ວ, ດ້ວຍການສະດົນຕີ 2 ຄືນໂດຍບໍ່ເສຍຄ່າເພື່ອຮັບໃຊ້ປະຊາຊົນ ແລະ ແຂກທ່ອງທ່ຽວເນື່ອງໃນໂອກາດວັນຊາດທີ 2 ກັນຍາ. ງານບຸນມໍລະດົກ ແລະ ດົນຕີສາກົນ ເຫ້ວ (Hue Wonderverse Music Fest 2026) ຈະດຳເນີນແຕ່ວັນທີ 30 ສິງຫາ ຫາວັນທີ 1 ກັນຍາ, ຢູ່ສະໜາມຫຼວງສູນກິລາ ນະຄອນ. ງານບຸນໄດ້ກຳນົດທິດພັດທະນາກາຍເປັນຊັບສິນທາງປັນຍາ, ເຄື່ອງໝາຍການຄ້າງານບຸນວັດທະນະທຳ, ດົນຕີສາກົນຂອງເຫ້ວ, ເຊິ່ງຈະຈັດຂຶ້ນປະຈຳປີໃນໄລຍະ 2026 – 2030. ນີ້ໄດ້ຮັບຖືວ່າແມ່ນຜະລິດຕະພັນວັດທະນະທຳ - ການທ່ອງທ່ຽວຍຸດທະສາດເພື່ອແນໃສ່ຊຸກຍູ້ອຸດສາຫະກຳວັດທະນະທຳ, ເສດຖະກິດຍາມກາງຄືນ, ດຶງດູດການລົງທຶນ ແລະ ເປີດກວ້າງການຮ່ວມມືສາກົນ.
ດ້ວຍຫົວຂໍ້ "City Awakening - ປຸກລຸກມໍລະດົກ”, ເຫ້ວ Wonderverse Music Fest 2026 ປະສານສົມທົບລະຫວ່າງ ມໍລະດົກ ກັບດົນຕີ, ສິລະປະຍຸກປັດຈຸບັນ ແລະ ເຕັກໂນໂລຢີການສະແດງທີ່ທັນສະໄໝ ດ້ວຍການເຂົ້າຮ່ວມຂອງນັກສິລະປະພາຍໃນປະເທດ ແລະ ສາກົນຫຼາຍຄົນ, ງານບຸນສົ່ງສານທີ່ວ່າເຫ້ວອະນຸລັກຮັກສາຄຸນຄ່າທີ່ເປັນມູນເຊື້ອ ແຕ່ຍັງປະດິດຄິດສ້າງຢ່າງຕໍ່ເນື່ອງເພື່ອເຊື່ອມຕໍ່ກັບໂລກ.
