ເຕືອນຄວາມສ່ຽງສົງຄາມຢູ່ ລີບີ ຈະປີນຂັ້ນໄດ (ພາບ: THX/TTXVN) |
ກ່າວຄຳເຫັນໃນວັນທີ 04 ກັນຍາ, ທ່ານ Ghassan Salame ທູດພິເສດຂອງສະຫະປະຊາຊາດໄດ້ກ່າວເຕືອນກ່ຽວກັບ 2 ກໍລະນີຊົ່ວຮ້າຍຈະເກີດຂຶ້ນ ຖ້າຫາກສະພາຄວາມໝັ້ນຄົງ ສະຫະປະຊາຊາດ ແລະ ປະຊາຄົມສາກົນບໍ່ແຊກແຊງ ເພື່ອຢຸດຕິສົງຄາມ ລີບີ ໂດຍໄວ. ທີໜຶ່ງແມ່ນ, ສົງຄາມຢູ່ປະເທດ ອາຟຣິກາເໜືອນີ້ ຈະແກ່ຍາວ ແລະ ທີສອງແມ່ນ, ສົງຄາມຈະປີນຂັ້ນໄດ, ຍູ້ພາກພື້ນນີ້ໃຫ້ຕົກເຂົ້າສູ່ສະພາບວຸ້ນວາຍ ເມື່ອບັນດາປະເທດຢູ່ພາຍນອກ ເພີ່ມການໜູນຫຼັງໃຫ້ແກ່ບັນດາຝ່າຍເຂົ້າຮ່ວມສົງຄາມ. ທ່ານ Ghassan Salame ທູດພິເສດຂອງ ສະຫະປະຊາຊາດ ເປັນຜູ້ມັກຕຳໜິຕິຕຽນສະພາຄວາມໝັ້ນຄົງວ່າ ບໍ່ມີຄວາມສາມັກຄີໃນການແກ້ໄຂສົງຄາມ ຢູ່ລີບີ, ຊ້ຳບໍ່ໜຳ ຍັງມີປະເທດກຳມະການສະພາຄວາມໝັ້ນຄົງ ສະໜັບສະໜູນບັນດາຝ່າຍເຂົ້າຮ່ວມສົງຄາມ.

