ເຫດອຸບັດຕິເຫດເກີດຂຶ້ນເວລາ 9 ໂມງເຊົ້າວັນທີ 28 ຕຸລາ (ຕາມເວລາທ້ອງຖິ່ນ), ໃກ້ກັບສະຖານີລົດໄຟ Urda, ແຂວງ Toledo, ຫ່າງຈາກ Madrid ໄປທາງທິດໃຕ້ ປະມານ 120 ກີໂລແມັດ. ຕາມຂໍ້ມູນເບື້ອງຕົ້ນ, ລົດໄຟຂອງ Renfe ໄດ້ຕຳເຂົ້າທາງຫຼັງຂະບວນລົດໄຟຂອງ ບໍລິສັດ Iryo ທີ່ພວມຢຸດຢູ່ເທິງທາງລົດໄຟ, ເຮັດໃຫ້ລົດໄຟທັງສອງຂະບວນຕົກອອກຈາກລາງລົດໄຟ. ຕາມວົງການເຈົ້າໜ້າທີ່ທ້ອງຖິ່ນແລ້ວ, ປັດຈຸບັນ ຈຳນວນຜູ້ເສຍຊີວິດໃນເຫດອຸບັດຕິເຫດເພີ່ມຂຶ້ນເປັນ 68 ຄົນ, 58 ຄົນຕ້ອງເຂົ້າໂຮງໝໍ, ມີ 15 ຄົນອາການສາຫັດ. ມີປະມານ 50 ຄົນເຈັບເລັກໜ້ອຍ ພວມໄດ້ຮັບການປິ່ນປົວທາງແພດຢູ່ບັນດາສູນປິ່ນປົວກາງສະໜາມ.
ທ່ານ Pedro Sanchez ນາຍົກລັດຖະມົນຕີ ແອັດສະປາຍ ໄດ້ມາຍັງສະຖານທີ່ເກີດເຫດ ຊີ້ນຳວຽກງານກູ້ໄພກູ້ຊີບ ແລະ ປະກາດໄວ້ອາໄລລະດັບຊາດ 3 ວັນເພື່ອອາໄລຫາບັນດາຜູ້ປະສົບເຄາະຮ້າຍ. ທ່ານ Monica Garcia ລັດຖະມົນຕີກະຊວງສາທາລະນະສຸກ ແອັດສະປາຍ ໄດ້ກ່າວອຸບັດຕິເຫດທາງລົດໄຟນີ້ແມ່ນ ວິນາດສະກຳຄັ້ງໃຫຍ່ ແລະ ຮຽກຮ້ອງປະຊາຊົນບໍລິຈາກເລືອດເພື່ອປິ່ນປົວໃຫ້ຜູ້ຮັບບາດເຈັບ.
