ວັນທີ 19 ກັນຍາ, ພາຍຫຼັງ​ທີ່ ທ່ານ Donald Trump ປະທານາທິບໍດີ ອາ​ເມ​ລິ​ກາ ແຈ້ງ​ໃນສື່ສັງຄົມ Truth Social ວ່າ ​ອ​າ​ເມ​ລິ​ກາ, ​ແດນມາກ ແລະ Greenland ບັນລຸໄດ້ຂໍ້ຕົກລົງອະນຸຍາດໃຫ້ ວໍຊິງຕັນ ມີ​ສິດ "ຄວບຄຸມຕະ​ຫຼອດ​ໄປ" ສຳ​ລັບ​ຄວາມ​ໝັ້ນ​ຄົງ​ຂອງ Greenland, ແດນມາກ ​ອອກ​ສຽງ​ຊົ​ມ​ເຊີຍຂໍ້ຕົກລົງດັ່ງກ່າວ.

ຄາດ​ວ່າ, ແດນມາກ, Greenland ແລະ ອາ​ເມ​ລິ​ກາ ຈະ​ລົງ​ນາມ​ໃນເອກະສານ​ມອບສິດຄວບຄຸມຄວາມໝັ້ນຄົງຖາວອນ Greenland ​ໃຫ້ ວໍຊິງຕັນ ຢູ່ນອກກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດທີ່ ນິວຢອກ ໃນອາທິດໜ້າ.