(ພາບ: REUTERS/Fabian Bimmer)
ວັນທີ 25 ສິງຫາ, ລັດຖະບານ ແອັດສະປາຍ ໄດ້ຜັນຂະຫຍາຍບັນດາມາດຕະການແນໃສ່ຍູ້ໄວເລື່ອງສົ່ງຊາວອົບພະຍົບນັບພັນຄົນທີ່ຍັງຢູ່ຜືນແຜ່ນດິນ Ceuta ຢູ່ ອາຟະລິກາເໜືອ ກັບເມືອ ມາຣົກ, ໃນສະພາບການກະແສອົບພະຍົບໃນທ້າຍເດືອນ ກໍລະກົດ ພວມສືບຕໍ່ສ້າງຄວາມກົດດັນໃຫ້ແກ່ການຄຸ້ມຄອງ, ຄວາມໝັ້ນຄົງ ແລະ ສັງຄົມ.
ມີຜູ້ອົບພະຍົບເກືອບ 80.000 ຄົນຈາກ ມາຣົກ ໄດ້ເຂົ້າເມືອງ Ceuta ໃນຊຸມມື້ທ້າຍເດືອນ ກໍລະກົດ ດ້ວຍວິທີລອຍນ້ຳຂ້າມທະເລ ຫຼື ຍ່າງຂ້າມຊາຍແດນ. ຜູ້ອົບພະຍົບສ່ວນຫຼາຍໄດ້ກັບເມືອ ມາຣົກ, ແຕ່ມີປະມານ 3.500 – 7.000 ຄົນຍັງຢູ່ Ceuta, ໃນນັ້ນມີຫຼາຍຄົນໃນເກນອາຍຸບໍ່ທັນບັນລຸນິຕິພາວະທີ່ບໍ່ມີຜູ້ໃຫຍ່ໄປນຳ ແລະ ບໍ່ສາມາດກັບເມືອບ້ານເກີດເມືອງນອນໃນທັນທີ.
ເພື່ອແກ້ໄຂບັນຫາດັ່ງກ່າວ, ລັດຖະບານ ແອັດສະປາຍ ຕົກລົງສ້າງ “ກອງບັນຊາການເອກະພາບ” ຢູ່ Ceuta, ໂດຍທ່ານ Angel Victor Torres, ລັດຖະມົນຕີກະຊວງນະໂຍບາຍຜືນແຜ່ນດິນ ເປັນຜູ້ບໍລິຫານ. ທ່ານ Angel Victor Torres, ໃຫ້ຮູ້ວ່າ ບຸລິມະສິດແມ່ນສົ່ງຜູ້ໃຫຍ່ ແລະ ຜູ້ທີ່ຍັງບໍ່ທັນບັນລຸນິຕິພາວະ ກັບເມືອປະເທດໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້. ລັດຖະບານກໍ່ສືບຕໍ່ໜູນຊ່ວຍມະນຸດສະທຳສຳລັບຜູ້ຂໍລີ້ໄພ ແລະ ຜູ້ທີ່ຍັງບໍ່ທັນບັນລຸນິຕິພາວະທີ່ບໍ່ມີຜູ້ໃຫຍ່ໄປນຳ.
