ເງົາ​ຂອງດວງ​ຈັນ​ໄດ້​ໄປ​ພາດ​ຜ່ານ​ຕອນ​ເໜື​ອ​ສຸດ, ທາງ​ທິດ​ຕາ​ເວັນ​ອອກ ກ​ຣິນ​ແລນ, ທາງ​ທິດ​ຕາ​ເວັນ​ຕົກ ອຽກ​ລັງ ແລະ ສິ້ນ​ສຸດ​ຢູ່ທະ​ເລ​ເມ​ດີ​ເຕ​ລາ​​ນຽມ. ​​ສຸ​ລິ​ຍະ​ຄາດ​ເຕັມດວງ ກ​ວມ​ເອົາ 290 ກມ, ດ້ວຍ​ເວ​ລາ​ດວງ​ຈັນ​ບົດ​ບັງ​ດ​​ວງ​ຕາ​ເວັນ​ເຕັມ​ສ່ວນ​​ດົນ​ທີ່​ສຸດກວ່າ 2 ນາ​ທີ.

ນອກ​ຈາກເຂດ​ດັ່ງ​ກ່າວ, ມີ​ເຂດ​ໜຶ່ງ​ທີ່ກວ້າງ​ໃຫຍ່ຢ​ູ່​​​ຊີກ​ໂລກ​ເໜືອໄດ້​ເຫັນ​ສຸ​ລິ​ຍະ​ຄາດສ່ວນ​ໜຶ່ງ. ຢູ່​ຫຼາຍ​ແຫ່ງ​ຄື: ອັງ​ກິດ, ອຽກ​ລັງ, ຝ​ລັ່ງ, ແອັດ​ສະ​ປາຍ ແລະ ປອກ​ຕຸຍ​ການ, ດວງ​ຈັນ​ຖື​ກ​ບັງເປັນສ່ວນ​ຫຼາຍ​.

ທ່ານ​ນາງ Irene Gracia, ຊາວ ແອັດ​ສະປາຍ ໃຫ້​ຮູ້​ວ່າ:

“ຂ້າ​ພະ​ເຈົ້າ​ແປກ​ໃຈ​ແທ້​ໆ. ກ່ອນ​ໜ້ານັ້ນ ຂ້າ​ພ​ະ​ເຈົ້າ​ໄດ້​​ຊົມ​ພາບ​ຖ່າຍ ແລະ ພາບ​ຖ່າຍ​ເອ​ກະ​ສານ​ອື່ນໆ​ຫຼາຍ​ພາບ, ແຕ່​ເມື່ອ​ໄດ້ເຫັນ​ປະ​ຈັກ​ຕ​າ​ສຸ​ລິ​ຍະ​ຄາດແມ່ນ​ໜ້າ​ຈັບ​ໃຈ​ຫຼາຍກວ່າ”.