|
ໂຄສົກກະຊວງການຕ່າງປະເທດອີຣານ Bahram Qassemi (ພາບ: IRNA TTXVN) |
ພ້ອມທັງຮັກສາຂໍ້ຕົກລົງປະຫວັດສາດທີ່ມີຊື່ວ່າ ແຜນການເຄື່ອນໄຫວລວມຮອບດ້ານ (JCPOA), ເຊິ່ງອີຣານ ໄດ້ລົງນາມກັບກຸ່ມ P5+1 (ລວມມີ: ອັງກິດ, ອາເມລິກາ, ຝລັ່ງ, ລັດເຊຍ,ຈີນ ແລະ ເຢຍລະມັນ) ເມື່ອປີ 2015. ໂຄສົກກະຊວງການຕ່າງປະເທດອີຣານ Bahram Qassemi ໃຫ້ຮູ້ວ່າ, ບັນດາຂໍ້ສະເໜີປ່ຽນແທນໄດ້ຍົກອອກມາ ເພື່ອຊ່ວຍໃຫ້ 2 ຝ່າຍຊອກຫາບັນດາກົນໄກເພື່ອສາມາດສືບຕໍ່ຮ່ວມມືດ້ານເສດຖະກິດ, ພາຍຫຼັງອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງຄັ້ງປະຫວັດສາດ ແລະ ພວມຈັດວາງບັນດາຄຳສັ່ງລົງໂທດຕໍ່ເຕເຮຣານ. ທ່ານ Qassemi ສະແດງຄວາມຫວັງວ່າ, ບັນດາຂໍ້ສະເໜີໃໝ່ນີ້ຈະຊ່ວຍຕອບສະໜອງບັນດາຄຳຮຽກຮ້ອງຂອງເຕເຮຣານ ຢ່າງຄົບຖ້ວນ.

