ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ພື້ນ​ຖານ​ໂຄງລ່າງ​ດີ​ຈີ​ຕອນ​ໃຫ້​ສົມ​ບູນ​ແບບ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ​ແຫ່ງ​ຊາດ ນີ້​ແມ່ນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢູ່ກອງ​ປະ​ຊຸມ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ວິ​ທະ​ຍ​າ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ທີ່​ໄດ້​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 23 ມິ​ຖຸ​ນາ, ຢູ່​ຮ່າ​ໂນ້ຍ.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຊີ້​ແຈ້ງວ່າ​ກອບ​ສະ​ຖາ​ປັດ​ຕະ​ຍາ​ກຳ​ສັງ​ລວມ​ແຫ່ງ​ຊາດ​ດີ​ຈີ​ຕອນ ແມ່ນ​ພື້ນ​ຖານຈາກ​ຂັ້ນ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ລັກ​ສະ​ນະ​ຄົບ​ຊຸດ ແລະ ເປັນ​ເອ​ກະ​ພາບ. ໄປ​ຄຽງ​ຄູ່​ກັບ​ການ​ ການ​ເຄື່ອນ​ໄຫວ, ສ້າງ​ລະ​ບົບ​​ຖານ​ຂໍ້​ມູນໃຫ້​ສົມ​ບູນ​ແບບ​ເພື່ອ​ຮັບ​ໃຊ້​ວຽກ​ງານ​ນຳ​ພາ, ຊີ້​ນຳ​ບໍ​ລິ​ຫານ​ຂອງ​ລັດ​ຖະ​ບານ, ບັນ​ດາ​ກະ​ຊວງ​ຂະ​ແໜງ​ການ, ທ້ອງ​ຖິ່ນ, ພ້ອມ​ກັນ​ປະ​ຕິ​ບັດ​ໜ້າ​ທີ່​ສະ​ໜອງ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ແບບ​ທາງ​ໄກ​ໃຫ້​ແກ່​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ຮູ້​ວ່າ​ໄດ້​ຕົກລົງ​ປະ​ກາດ​ໃຊ້​ບັນ​ຊີ​ລາຍ​ຊື່​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ​ຜະ​ລິດ​ຕະ​ພັນ​ຍຸດ​ທະ​ສາດ, ສະ​ເໜີ​ແກ້​ໄຂ​ຈຸດ​ອຸດ​ຕັນ​ກົນ​ໄກ, ນະ​ໂຍ​ບາຍ, ໃນ​ນັ້ນ​ກຳ​ນົດ​ແຈ້ງ​ບັນ​ດາ​ຈຸດ​ອຸດ​ຕັ້ນ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ ​ເພື່ອ​ແນ​ໃສ່ຫຼຸດ​ຜ່ອນ​ເວ​ລາ​ຈາກ​ຂັ້ນ​ຕອນ​ຄົ້ນ​ຄ້​ວາ​ຈົນ​ຮອດ​ເວ​ລາ​ມີ​ຜະ​ລິດ​ຕະ​ພັນ ແລະ ​ເຂົ້​າ​ເຖິງ​ຕະຫຼາດ. ພິ​ເສດ​ແມ່ນ​ກົນ​ໄກ​ການ​ເງິນ​ບຸກ​ທະ​ລຸ, ພິ​ເສດ​ທີ່​ສະ​ຫງວນ​ໃຫ້​ແກ່​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ແລະ ນະ​ວັດ​ຕະ​ກຳ.