ຫໍພິພິທະພັນແຂວງກວ໋າງນິງ ເປີດການບໍລິການຕ້ອນຮັບລູກຄ້າຄືນໃໝ່ (ພາບ:baoquangninh.com.vn) |
ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ກວ໋າງນິງ ໄດ້ຊີ້ນຳໃຫ້ບັນດາຫົວໜ່ວຍ ຄັດເລືອກເອົາບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ ເພື່ອດຶງດູດແຂກທ່ອງທ່ຽວໃນລະດູຮ້ອນປີນີ້. ແຂວງ ກວ໋າງນິງ ກໍຮຽກຮ້ອງໃຫ້ບັນດາຮາກຖານດຳເນີນທຸລະກິດການທ່ອງທ່ຽວ, ເຂດລະຫຼີ້ນບັນເທິງ, ສະຖານທີ່ທ່ອງທ່ຽວ ປະຕິບັດມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຂອງກະຊວງສາທາລະນະສຸກຢ່າງເຂັ້ມງວດ, ດຳເນີນການກວດຫາເຊື້ອປະຈຳອາທິດໃຫ້ແກ່ບາງພາກສ່ວນພະນັກງານ. ຮ້ານອາຫານ, ໂຮງແຮມ ກໍຕ້ອງໃຊ້ເວລາເຮັດອະນາໄມ, ສີດຢາຂ້າເຊື້ອ, ປະດັບປະດາຫ້ອງຄືນໃໝ່ເພື່ອກະກຽມຕ້ອນຮັບແຂກທ່ອງທ່ຽວຄືນໃໝ່.

