ຝົນຕົກແກ່ຍາວໃນ 2 ມື້ຜ່ານມາ ໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງຢູ່ບັນດາແຂວງ ໄຕບັກ (ທາງທິດຕາເວັນຕົກສ່ຽງເໜືອ) ຂອງ ຫວຽດນາມ. ໃນນັ້ນ, ແຂວງຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດແມ່ນ ລາຍເຈົາ, ເມື່ອເກີດນ້ຳຖ້ວມ, ນ້ຳໄຫຼຊຸຢູ່ຕາແສງ ເມື່ອງທານ ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ, 6 ຄົນຫາຍສາບສູນ. ເຮືອນ 13 ຫຼັງຖືກກະແສນ້ຳພັດໄປ, ເຮືອນຫຼາຍຫຼັງຖືກເປເພ; ເຂດປູກເຂົ້າ, ຜັກພືດປະມານ 200 ເຮັກຕາຖືກນ້ຳຖ້ວມ, ຫຼາຍເສັ້ນທາງຄົມມະນາຄົມໄດ້ຕັກແຍກ, ມີຫຼາຍຄອບຄົວຕ້ອງຍົກຍ້າຍໄປເຂດປອດໄພ.
ແຂວງ ລາຍເຈົາ ໄດ້ລະດົມພະນັກງານ, ຕຳຫຼວດ, ທະຫານຈາກບັນດາແຂວງ ພ້ອມກັບພະນັກງານ, ທະຫານລາດ ແລະ ກຳລັງຢູ່ກັບທີຂຶ້ນກັບບັນດາຕາແສງ ເມື່ອງທານ, ປັກຕາ ເຂົ້າຮ່ວມການກູ້ໄພກູ້ຊີບ.
ໄລ່ຮອດຕອນຄ່ຳວັນທີ 17 ກໍລະກົດ, ເຖິງວ່າຝົນບໍ່ຕົກ, ອຳນາດການປົກຄອງທ້ອງຖິ່ນຍັງຮັກສາກຳລັງ 24/24 ຊົ່ວໂມງ, ເພື່ອຈັດການຊອກຫາຜູ້ຫາຍຊາບສູນ, ແກ້ໄຂບັນດາຈຸດເຊາະເຈື່ອນ.
