ຕາມຕົວເລກຫຼ້າສຸດຂອງກົມພາສີ, ປີ 2025, ຍອດວົງເງິນສົ່ງອອກແກ່ນໝາກມ່ວງຫິມະພານຂອງ ຫວຽດນາມ ບັນລຸກວ່າ 5,4 ຕື້ USD, ສົ່ງອອກໄປຍັງ 112 ປະເທດ ແລະ ເຂດແຄ້ວນ. ຜ່ານນັ້ນ, ກໍ່ຢືນຢັນທີ່ຕັ້ງອັນດັບ 1 ຂອງ ຫວຽດນາມ ໃນການສົ່ງແກ່ນໝາກມ່ວງຫິມະພານອອກສູ່ໂລກ ດ້ວຍການກວມເອົາອັດຕາສ່ວນຕະຫຼາດສົ່ງອອກທົ່ວໂລກແມ່ນ 80%.
ໄລ່ສະເພາະເດືອນ ເມສາ 2026, ການສົ່ງອອກແກ່ນໝາກມ່ວງຫິມະພານຂອງ ຫວຽດນາມ ບັນລຸ 217.000 ໂຕນ, ວົງເງິນສົ່ງອອກບັນລຸເກືອບ 1,5 ຕື້ USD, ເພີ່ມຂຶ້ນນັບທັງດ້ານຈຳນວນ ແລະ ມູນຄ່າເມື່ອທຽບໃສ່ປີ 2025. ຄາດວ່າ, ປີ 2026 ວົງເງິນສົ່ງອອກຂອງຂະແໜງໝາກມ່ວງຫິມະພານຈະບັນລຸ 5 ຕື້ USD.
ປະຈຸບັນ, ດົ່ງນາຍ ໄດ້ຮັບຖືວ່າແມ່ນເຂດປູກໝາກມ່ວງຫິມະພານໃຫຍ່ທີ່ສຸດຂອງ ຫວຽດນາມ ດ້ວຍເນື້ອທີ່ປະມານ 176.000 ເຮັກຕາ, ບັນລຸປະລິມານໝາກມ່ວງຫິມະພານດິບປະມານ 300.000 ໂຕນ/ປີ. ດ້ວຍຍອດວົງເງິນສົ່ງອອກບັນລຸປະມານ 8,05 ຕື້ USD ແລະ ວົງເງິນນຳເຂົ້າບັນລຸປະມານ 5,9 ຕື້ USD, ນະຄອນ ດົ່ງນາຍ ສືບຕໍ່ຮັກສາທີ່ຕັ້ງແມ່ນໜຶ່ງໃນບັນດາສູນສົ່ງອອກໃຫຍ່ທີ່ສຸດຂອງ ຫວຽດນາມ.
