ວັນທີ 31 ຕຸລາ, ຢູ່ ຮ່າໂນ້ຍ, ​ຫໍພິພິທະພັນຊົນເຜົ່າວິທະຍາ ຫວຽດນາມ (ສະຖາບັນດິດ​ວິ​ທະ​ຍາ​ສາດສັງຄົມ ຫວຽດນາມ) ສົມ​ທົບກັບສູນ​ຄົ້ນ​ຄວ້າ​ເພດຍິງພຸດທະສາສະໜາ (ສະຖາບັນ​ດິດ​ຄົ້ນ​ຄວ້າພຸດທະສາສະໜາ ຫວຽດນາມ) ​ໄດ້ຈັດກອງປະຊຸມສຳ​ມະ​ນາວິທະຍາສາດ​ດ້ວຍຫົວຂໍ້ວ່າ "ແມ່ຍິງ​ກັບການອະນຸລັກ​ຮັກ​ສາ ແລະ ​ເສີມ​ຂະ​ຫຍາຍຄຸນຄ່າວັດທະນະທຳ​ຂອງຊາດ" ເພື່ອ​ເຮັດແຈ້ງການ​ບັນ​ດາ​ການປະກອບສ່ວນຂອງແມ່ຍິງ ໃນການອະນຸລັກ​ນັກ​ຮັກ​ສາ, ຖ່າຍທອດຄຸນຄ່າວັດທະນະທຳ ແລະ ສະເໜີມາດ​ຕະ​ການແກ້ໄຂ​ໃນການ​ອະ​ນຸ​ລັກ​ຮັກ​ສາມໍລະດົກໃນສະພາບການປະຈຸບັນ.

​ກອງ​ປະ​ຊຸມ​ສຳ​ມະ​ນາ​ໄດ້ຮັບ ແລະ ຄັດເລືອກ 30 ​ກິດ​ຈະ​ກຳ​ຄົ້ນ​ຄວ້າ​ຂອງ​ບັນ​ດານັກວິທະຍາສາດ, ​ນັກຊ່ຽວຊານ​ຂຶ້​ນ​ກັບ​ບັນ​ດາສະຖາບັນຄົ້ນຄວ້າ, ມະຫາ​ວິ​ທະ​ຍາ​ໄລ ແລະ ອົງການ​ວິ​ຊາ​ສະ​ເພາະ. ​ບັນ​ດາ​ກິດ​ຈະ​ກຳໄດ້ສຸມໃສ່ສາມ​ໝວດ​ເນື້ອ​ໃນ: ແມ່ຍິງ ​ກັບການອະນຸລັກ​ຮັກ​ສາ, ການຖ່າຍທອດຄຸນຄ່າທາງວັດທະນະທຳທີ່​ເປັນ​ມູນ​ເຊື້ອ ແລະ ຄວາມຊົງຈຳ​ດ້​ານປະຫວັດສາດ; ແມ່ຍິງ​ກັບການສົ່ງເສີມຄຸນຄ່າວັດທະນະທຳໃນຊີວິດປະ​ຈຸ​ບັນ; ວິທີການຄົ້ນຄວ້າ, ​ການ​ເຄື່ອນ​ໄຫວ​ຫໍ​ພິ​ພິ​ຈະ​ພັນ ແລະ ບັນ​ດາ​ມາດ​ຕະ​ການແກ້ໄຂ​ໃນການອະນຸລັກມໍລະດົກ​ຕິດ​ພັນກັບການພັດທະນາແບບຍືນຍົງ. ກອງປະຊຸມສຳ​ມະ​ນາ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດານັກວິທະຍາສາດ​ແລກ​ປ່ຽນໝາກ​ຜົນ​ການ​ຄົ້ນ​ຄວ້າ, ເພີ່ມ​ເຕີມເອກະສານເສີມ ແລະ ປຶກສາຫາລື​ມາດ​ຕະ​ການອະນຸລັກຮັກ​ສາ, ເສີມ​ຂະ​ຫຍາຍຄຸນຄ່າ​ດ້ານວັດທະນະທຳທີ່​ຕິດ​ພັນກັບ​ບັນ​ດາການປະກອບສ່ວນຂອງແມ່ຍິງ.