ນີ້ແມ່ນປຶ້ມເຫຼັ້ມທີ 2, ຕໍ່ຈາກເຫຼັ້ມທີ 1: “ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ກັບນ້ຳໃຈຂອງປະຊາຊົນພາຍໃນປະເທດ ແລະ ເພື່ອນມິດສາກົນ”, ເຊິ່ງໄດ້ພິມຈຳໜ່າຍແຕ່ເດືອນມິຖຸນາ 2019.
ພິທີແນະນຳປຶ້ມ “ຄວາມຮັກແພງ ແລະ ຄວາມໄວ້ເນື້ອເນື້ອເຊື່ອໃຈຂອງປະຊາຊົນ ແລະ ເພື່ອນມິດສາກົນທີ່ມີຕໍ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ (ພາບ: VOV) |
ຈາກບົດຂຽນ, ບົດກະວີນັບພັນບົດຂອງຜູ້ຂຽນທີ່ບໍ່ເປັນມືອາຊີບຂອງປະຊາຊົນທຸກຊັ້ນວັນນະທີ່ໄດ້ເອົາລົງໃນໜັງສືພິມເອເລັກໂຕນິກ, ເວັບໄຊ ແລະ ອື່ນໆ, ໜັງສືພິມ Nhan dan ໄດ້ຄັດເລືອກ, ຮຽບຮຽງ ແລະ ສົມທົບກັບໂຮງພິມການເມືອງແຫ່ງຊາດ ຊື້ເທິດ ເພື່ອພິມຈຳໜ່າຍປຶ້ມເຫຼັ້ມນີ້. ປຶ້ມເຫຼັ້ມນີ້ມີທັງໝົດກວ່າ 620 ໜ້າ, ລວມມີ 2 ພາກ: “ຄວາມຮັກ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນພາຍໃນປະເທດ” ແລະ “ອາລົມຈິດຄວາມຮັກແພງຂອງເພື່ອນມິດສາກົນ”, ອັນຊ່ວຍໃຫ້ຜູ້ອ່ານໄດ້ຮູ້ຈັກເຖິງຫຼາຍເນື້ອໃນ, ເອກະສານທີ່ລ້ຳຄ່າ ແລະ ສັດຊື່ ດ້ວຍຫຼາກຫຼາຍມຸມມອງ.

