ງານບຸນແຮງງານຕ່າງປະເທດຢູ່ ສ.ເກົາຫຼີ (ພາບ: PV/Vietnam+) |
ມີ ແຮງງານຊາວ ຫວຽດນາມ ນັບຮ້ອຍໆຄົນທີ່ມາຈາກຫຼາຍແຫ່ງຢູ່ສ.ເກົາຫຼີ ໄດ້ມາເຂົ້າຮ່ວມງານບຸນແຮງງານຕ່າງປະເທດ, ເຊິ່ງໄດ້ຈັດຕັ້ງຢູ່ສະໜາມກິລາ Jangchung ຢູ່ໃຈກາງນະຄອນຫຼວງ ເຊີອູນຂອງ ສ.ເກົາຫຼີ. ເຂົ້າຮ່ວມງານບຸນມີຜູ້ຕາງໜ້າການນຳກະຊວງແຮງງານ ແລະ ວຽກເຮັກງານທຳ ສ.ເກົາຫຼີ, ອົງການພັດທະນາແຫຼ່ງຊັບພະຍາກອນມະນຸດ (HRD) ສ.ເກົາຫຼີ, ເອກອັກຄະລັດຖະທູດຂອງ 16 ປະເທດທີ່ສົ່ງແຮງງານໄປເຮັດວຽກຢູ່ ສ.ເກົາຫຼີ, ພ້ອມກັບຜູ້ອອກແຮງງານ 3000 ຄົນ ທີ່ມາຈາກ 16 ປະເທດດັ່ງກ່າວ.
ທີ່ງານບຸນ, ບັນດາປະເທດທີ່ສົ່ງຜູ້ອອກແຮງງານໄປສ.ເກົາຫຼີ ໄດ້ເປີດບັນດາຮ້ານວາງສະແດງແນະນຳຜະລິດຕະພັນທີ່ເຂັ້ມຂຸ້ມໄປດ້ວຍສີສັນວັດທະນະທຳທີ່ເປັນມູນເຊື້ອຂອງຊາດ. ຮ້ານວາງສະແດງສິນຄ້າຂອງ ຫວຽດນາມໄດ້ປະດັບປະດາຢ່າງພົ້ນເດັ່ນ, ເຂັ້ມຂຸ້ມໄປດ້ວຍສີສັນປະເທດຊາດດ້ວຍທຸງຊາດ, ກຸບ, ເສື້ອຍາວ, ພາບຖ່າຍ ກ່ຽວກັບບັນດາງານບຸນວັດທະນະທຳປະເທດຊາດ, ປູຊະນີຍະສະຖານ ແລະ ການພັດທະນາຂອງປະເທດຊາດໃນເວລາມໍ່ໆມານີ້.

