ທຸງຊາດບັນດາປະເທດທີ່ເຂົ້າຮ່ວມງານມະຫາກຳກິລາຊີເກມ ຄັ້ງທີ 31 (ພາບ: TTXVN) |
ລາຍການດັ່ງກ່າວລວມມີ 3 ພາກ: ພາກທີ I ແມ່ນ “ຫວຽດນາມ ມາໄມຕິດຈິດ” ດ້ວຍການສະແດງສິລະປະທີ່ເຕັມໄປດ້ວຍສີສັນວັດທະນະທຳທີ່ເປັນເອກະລັກສະເພາະຂອງປະເທດ ຫວຽດນາມ ທີ່ຮັກແພງແຂກຄົນ, ເປັນມິດສະໜິດສະໜົມກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ; ພາກທີ II ມີຊື່ວ່າ “ອາຊີຕາເວັນອອກສ່ຽງໃຕ້ ທີ່ເຂັ້ມແຂງກວ່າ”, ໂດຍສະແດງໃຫ້ເຫັນກຳລັງແຮງຂອງປະຊາຄົມບັນດາປະເທດ ອາຊຽນ ໃນຂະນະທີ່ຮ່ວມສຳພັນນຳກັນຈະສ້າງເປັນທີ່ຕັ້ງໃນແຜນທີ່ໂລກ; ພາກທີ III ມີຫົວຂໍ້ “ອາຊີຕາເວັນອອກສ່ຽງໃຕ້ ສ່ອງແສງສະຫວ່າງ”, ໂດຍສະແດງໃຫ້ເຫັນກຳລັງແຮງແຫ່ງຄວາມສາມັກຄີ, ນ້ຳໃຈໄມຕີຈິດມິດຕະພາບຂອງ ຫວຽດນາມ ແລະ ບັນດາປະເທດໃນກຸ່ມ ອາຊຽນ ພ້ອມກັນສາມັກຄີສ້າງປະຊາຄົມ ອາຊຽນ ໃຫ້ໝັ້ນຄົງ, ເຂັ້ມແຂງ, ເສີມຂະຫຍາຍບົດບາດ ອາຊຽນ ໃນເວທີສາກົນ.

