ໂດຍບໍ່ຫົວຊາຕໍ່ວົງການເຈົ້າໜ້າທີ່ ແລະ ສື່ມວນຊົນ ອີຣານ ຢືນຢັນວ່າ ຍັງບໍ່ທັນມີຂໍ້ຕົກລົງໃດທີ່ປະເທດນີ້ ແລະ ອາເມລິກາ ໄດ້ເປັນເອກະພາບ, ແຕ່ແຫຼ່ງຂ່າວຈຳນວນໜຶ່ງສືບຕໍ່ແຜ່ກະຈາຍຂ່າວກ່ຽວກັບເລື່ອງ ອາເມລິກາ ແລະ ອີຣານ ກະກຽມປະກາດຂໍ້ຕົກລົງ.
ຕາມຊ່ອງໂທລະພາບ al-Arbiaya ຂອງ ຊະອຸດີ ອາຣາເບຍ ແລະ ແຫຼ່ງຂ່າວຈຳນວນໜຶ່ງຢູ່ພາກພື້ນແລ້ວ, ມີຂອບຮ່າງຂໍ້ຕົກລົງຊົ່ວຄາວກ່ຽວກັບການສິ້ນສຸດສົງຄາມລະຫວ່າງ ອາເມລິກາ ແລະ ອີຣານ ໂດຍປະເທດເປັນກາງໄກ່ເກຍ ປາກິດສະຖານ ໄດ້ຮຽບຮຽງ ດ້ວຍ 9 ເນື້ອໃນພື້ນຖານ, ໃນນັ້ນມີຄຳໝັ້ນສັນຍາຢຸດຕິທຸກການປະທະກັນໃນທຸກແນວຮົບ. ບັນດາແຫຼ່ງຂ່າວໃຫ້ຮູ້ວ່າ ຂໍ້ຕົກລົງອາດຈະໄດ້ປະກາດ “ໃນອີກຈັກຊົ່ວໂມງທ່ີຈະມາເຖິງ” ແລະ ຈະມີຜົນສັກສິດໃນທັນທີ. ພາຍໃນເວລາ 7 ວັນນັບແຕ່ເມື່ອຂໍ້ຕົກລົງໄດ້ປະຕິບັດ, 2 ຝ່າຍຈະເລີ່ມດຳເນີນການເຈລະຈາກ່ຽວກັບ “ບັນດາບັນຫາທີ່ເກີດຂຶ້ນ”.
ເຖິງຢ່າງໃດກໍ່ຕາມ, ທັງ ອາເມລິກາ, ອີຣານ ແລະ ປະເທດເປັນກາງໄກ່ເກຍ ປາກິດສະຖານ ລ້ວນແຕ່ຍັງບໍ່ທັນຍົກອອກຄຳຄິດເຫັນໃດໆກ່ຽວກັບເລື່ອງດັ່ງກ່າວ.
