ເພື່ອມຸ່ງໄປເຖິງບັນດາການເຄື່ອນໄຫວສະເຫຼີມສະຫຼອງ ແລະ ວັນບຸນໃຫຍ່ຂອງຊາດໃນປີ 2026 ,ວັນປື້ມ ແລະ ວັດທະນະທຳການອ່ານ ຫວຽດນາມ (21 ເມສາ), ວັນທີ 19 ເມສາ, ສະໂມສອນອາສາສະໝັກອ້ອມແຂນ ຫວຽດນາມ - ລັດເຊຍ ໄດ້ສົມທົບກັບໂຄງການຫໍສະໝຸດຊາວໜຸ່ມ ຈັດວັນບຸນປື້ມ “ເມີມ” 2026 ຢູ່ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ. ງານບຸນບໍ່ພຽງແຕ່ແມ່ນການເຄື່ອນໄຫວວັດທະນະທຳ - ການສຶກສາເທົ່ານັ້ນ, ຫາກຍັງແມ່ນໂອກາດພົບປະແລກປ່ຽນ ເພື່ອປະກອບສ່ວນເຊື່ອມຕໍ່ພູມປັນຍາ, ແຜ່ກະຈາຍຄຸນຄ່າອັນຕັ້ງໜ້າຂອງການອ່ານໃນປະຊາຄົມອີກດ້ວຍ. ເຂົ້າຮ່ວມວັນບຸນ, ອ້າຍ ກົງມິນຕວນ, ນັກຄົ້ນຄວ້າມະຫາວິທະຍາໄລພະລັງງານ ມົດສະກູ, ແບ່ງປັນວ່າ:
“ຂ້າພະເຈົ້າມາແຫ່ງນີ້ເພື່ອເຂົ້າຮ່ວມການໂຄສະນາປື້ມ ແລະ ເຫັນວ່າ ນີ້ແມ່ນການເຄື່ອນໄຫວມີຄວາມໝາຍທີ່ສຸດ, ປະກອບສ່ວນເຊື່ອມຕໍ່ປະຊາຄົມ ແລະ ຜູ້ມັກຮັກປື້ມ. ອ່ານປື້ມບໍ່ພຽງແຕ່ເພີ່ມຄວາມຮູ້ເທົ່ານັ້ນ ຫາກຍັງເຮັດໃຫ້ຕົນເອງມີຄວາມຮູ້ສຶກໜ້າຈັບໃຈກວ່າກ່ຽວກັບຊີວີດອີກດ້ວຍ”
ພ້ອມກັນນັ້ນ, ລາຍການກໍ່ດຳເນີນການມອບລາງວັນໃຫ້ແກ່ການແຂ່ງຂັນແນະນຳປື້ມທີ່ມີຊື່ວ່າ “ສຽງຈາກໜ້າປື້ມ”. ບັນດາການແນະນຳດ້ວຍຄຼິບຢ່າງມີຫົວຄິດປະດິດຄິດສ້າງ ໄດ້ແຜ່ກະຈາຍຄວາມຮັກຕໍ່ປື້ມ, ພ້ອມທັງ ແບ່ງປັນພູມປັນຍາໃນປະຊາຄົມຊາວໜຸ່ມ, ນັກສຶກສາ.
