ຕາມ​ອົງ​ການ​ດັບ​ເພີງ​ນະ​ຄອນ ຈີນ​ຈຽງ ແລ້ວ, ເຫດ​ໄຟ​ໄໝ້​ໄດ້ເກີດ​ຂຶ້ນ​ຢູ່​ໂຮງ​ຜະ​ລິດ​ຂອງ​ບໍ​ລິ​ສັດ ເກີບ ຮຸຍ​ເຖິງ ຈຳ​ກັດ ທີ່​ນະ​ຄອນ ຈີນ​ຈຽງ. ເຖິງວ່າ​ເຫດ​ໄຟ​ໄໝ້ໄດ້​ຮັບ​ການ​ຄວບ​ຄຸມຫຼັງ​ຈາກ​ນັ້ນ​ສອງ​ສາມ​ຊົ່ວ​ໂມງ​ແລ້ວ​ກໍ​ຕາມ, ແຕ່​ຍັງ​ມີ​ຜູ້​ເສຍ​ຊີ​ວິດ​ເຖິງ 28 ຄົນ. ຜົນ​ຂອງ​ການ​ສືບ​ສວນ​ໃນ​ເບື້ອງ​ຕົ້ນ​ໄດ້​ຢັ້ງ​ຢືນ​ວ່າ ​ໄຟ​ໄໝ້​ໄດ້​ເລີ່ມ​ເກີດ​ຢູ່​ຊ​ັ້ນ​ໜຶ່ງ​ຂອງ​ໂຮງ​ຜະ​ລິດ.

ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ ສີ​ຈີ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ໄດ້​ອອກ​ຄຳ​ຊີ້​ນຳ​ໂດຍ​ດ່ວນ, ທ່ານ​ເນັ້ນ​ໜັກ​ວ່າເຫດ​ການ​ດັ່ງ​ກ່າວ​ໄດ້​ກໍ່​ຄວາມ​ບາດ​ເຈັບ​ລົ້ມ​ຕາຍ​ຢ່າງ​ຮ້າຍ​ແຮງ, ຮຽກ​ຮ້ອງ​ໃຫ້​ສຸມ​ທຸກ​ແຫຼ່ງ​ກຳ​ລັງ​ປະ​ຕິ​ບັດ​ວຽກ​ງານ​ຊອກ​ຫາ​ກູ້​ໄພ​ກູ້​ຊີບ, ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ, ພ້ອ​ມ​ທັງເຮັດ​ແຈ້ງ​ສາ​ເຫດ ແລະ ວິ​ທີ​ການ​ແກ້​ໄຂ​ຄວາມຮັບ​ຜິດ​ຊອບ​ຕາມ​ຂໍ້​ກຳ​ນົດ​ຢ່າງວ່ອງ​ໄວ.

ນັກ​ຂ່າວ VOV ປະ​ຈຳ ຈີນ