ອາເມລິກາ ໄດ້ເລືອກເຟັ້ນເກາະ ແຊນໂຕຊາ ທີ່ນອນຢູ່ນອກຝັ່ງທະເລທາງທິດໃຕ້ຂອງ ສິງກະໂປ ເປັນສະຖານທີ່ຈັດຕັ້ງການພົບປະລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ ໃນວັນທີ 12 ມິຖຸນາ ຈະມາເຖິງ.

ເຖິງຢ່າງໃດກໍ່ຕາມ, ມາຮອດປັດຈຸບັນ, ຝ່າຍ ສປປ.ເກົາຫຼີ ຍັງບໍ່ທັງເຫັນດີຕໍ່ສະຖານທີ່ ຊຶ່ງຝ່າຍອາເມລິກາ ສະເໜີເທື່ອ, ອາດຈະຍ້ອນວ່າ ພຽງຢາງ ຕ້ອງການໃຊ້ເວລາ ເພື່ອຕີລາຄາສະຖານທີ່ດັ່ງກ່າວ. ປັດຈຸບັນ, ບັນດາການພົບປະເຈລະຈາທີ່ກ່ຽວຂ້ອງເຖິງບັນຫາພາລະທິການຂອງການພົບປະສຸດຍອດຍັງສະດວກຢູ່.