ຕາມ​ຖະ​ແຫຼງ​ການ​ຮ່ວມ​ຂອງ 2 ອົງ​ການ​ດັ່ງ​ກ່າວ​ແລ້ວ, ກ່ຳ​ປັ່ນ​ທັງ​ສອງ​ລຳ​ລ້ວນ​ແຕ່​ອອກ​ຈາກ​ລັດ Rakhine ຢູ່​ພາ​ກ​ຕາ​ເວັນ​ຕົກ ມຽນ​ມາ ໃນ​ທ້າຍ​ເດືອນ​ມິ​ຖຸ​ນາ, ໂດຍ​ຂົນ​ສົ່ງ​ຊາວ Rohingya (ປະ​ຊາ​ຄົມ ​ອິດ​ສະ​ລາມ ສ່ວນ​ໜ້ອຍ ທີ່​ບໍ່​ຖື​ສັນ​ຊາດ ມຽນ​ມາ) ໄດ້​ຫາຍ​​ສາບ​ສູນ​ໃນ​ເງື່ອນ​ໄຂສະ​ພາບ​ອາ​ກາດ​ຮຸນ​ແຮງ​ຢູ່ນອກ​ຝັ່ງ​ປະ​ເທດ​ນີ້. ຢູ່​ລັດ Rakhine, ສ​ະ​ພ​າ​ວະ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​ພວມ​ນັບ​ມື້​ນັບ​ຮ້າຍ​ແຮງກວ່າ​ເກົ່າ ເມື່ອ​ການ​ປະ​ທະ​ກັນ​ລະ​ຫວ່າງ​ອຳ​ນ​າດ​ການ​ປົກ​ຄອງ​ການ​ທະ​ຫານ ແລະ ກຳ​ລັງ​ລຸກ​ຮື້​ຂຶ້ນກອງ​ທັບ Arakan ພວມ​ຄວບ​ຄຸມ​ສ່ວນ​ໃຫຍ່​ເຂດ​ດັ່ງ​ກ່າວ ສືບ​ຕໍ່​ເຄັ່ງ​ຕຶງ. ຊາວ Rohingya ຫຼາຍ​ຄົນ​ໄດ້​ເລືອກ​ຂີ່ກ່ຳ​ປັ່ນ​ລຳ​ເກົ່າ​ເພື່ອ​ຂ້າມ​ທະ​ເລ​ໄປ​ຊອກ​ຫາ​ບ່ອນ​ຢູ່​ອາ​ໄສ​ທີ່​ປອດ​ໄພ ໂດຍ​ບໍ່​ຫົວ​ຊາ​ຕໍ່​ຄວາມ​ສ່ຽງ​ອັນ​ຕະ​ລາຍ.