ເຫດແຜ່ນດິນໄຫວມີຄວາມແຮງ 7,8 ຣິກເຕີ ໄດ້ເຮັດໃຫ້ສ່ວນໜຶ່ງທາງພາກໃຕ້ຂອງ ຟິລິບປິນ ສັ່ນສະເທືອນ ໃນຕອນເຊົ້າວັນທີ 08 ມິຖຸນາ ແລະ ອາດສາມາດເກີດຄື່ນຍັກຢູ່ເຂດແຄ້ມທະເລຈຳນວນໜຶ່ງ. ໄດ້ມີບົດລາຍງານກ່ຽວກັບສະພາບໄຟດັບ ແລະ ປະຊາຊົນໄດ້ເຕືອນໄປເຂດດິນສູງກວ່າ. ປະຈຸບັນ, ຍັງບໍ່ທັນມີຂໍ້ມູນກ່ຽວກັບຄວາມເສຍຫາຍ ແລະ ຜູ້ເສຍຊີວິດ.
ຕາມສະຖາບັນພູເຂົາໄຟ ແລະ ແຜ່ນດິນໄຫວ ຟີລິບປິນ ແລ້ວ, ຈຸດໃຈກາງຂອງແຜ່ນດິນໄຫວຫ່າງຈາກນະຄອນ General Santos ຢູ່ເຂດເກາະ Mindanao 13 ກມ ໄປທາງທິດຕາເວັນຕົກພາກໃຕ້ ແລະ ເລິກ 10 ກມ. ສູນກ່າວເຕືອນຄື່ນຍັກມະຫາສະໝຸດປາຊິຟິກ ໃຫ້ຮູ້ວ່າ ຄື່ນຍັກສູງ 3ມ ອາດຈະເກີດຂຶ້ນຢູ່ເຂດແຄມທະເລຈຳນວນໜຶ່ງຂອງ ຟີລິບປິນ. ຄື່ນສູງ 1ມ ອາດຈະເກີດຂຶ້ນຢູ່ເຂດແຄມທະເລຈຳນວນໜຶ່ງຂອງ ອິນໂດເນເຊຍ ແລະ ຍີ່ປຸ່ນ.
