ເກີດເຫດແຜ່ນດິນໄຫວຢູ່ຮາຍຕີ ເມື່ອວັນທີ 14 ສິງຫາ |
ອຳນາດການປົກຄອງຮາຍຕີໃຫ້ຮູ້ເມື່ອວັນທີ 15 ສິງຫາວ່າມີຜູ້ເສຍຊີວິດຢ່າງໜ້ອຍ 304 ຄົນແລະ ນັບຮ້ອຍຄົນໄດ້ຮັບບາດເຈັບຫຼືຫາຍສາບສູນ ພາຍຫຼັງເກີດເຫດແຜ່ນດິນໄຫວດ້ວຍແຮງສັ່ນສະເທືອນ 7,2 ຣິກເຕີເມື່ອວັນທີ 14 ສິງຫາ. ທ່ານນາຍົກລັດຖະມົນຕີຮາຍຕີ ອາຣີແອນແຮນຣີ ໄດ້ປະກາດສະພາວະສຸກເສີມພາຍຫຼັງເກີດເຫດແຜ່ນດິນໄຫວດັ່ງກ່າວ.
ສະຖາທູດຫວຽດນາປະຈຳ ກູບາທັງຮັບຜິດຊອບຢູ່ ຮາຍຕີໃຫ້ຮູ້ວ່າ ບໍ່ມີຄົນຫວຽດໃດໆຖືກເສຍຊີວິດໃນເຫດແຜ່ນດິນໄຫວດັ່ງກ່າວ ໃນຂະນະນັ້ນຫຼາຍປະເທດໃນພາກພື້ນອາເມລິກາລາຕິນແລະເຂດກາລີເບໃຫ້ຮູ້ວ່າ ພ້ອມແລ້ວໃຫ້ການຊ່ວຍເຫຼືອຮາຍຕີ ຜ່ານຜ່າໄພທຳມະຊາດທີ່ຮ້າຍແຮງນີ້.

