ເກີດເຫດແຜ່ນດິນໄຫວຢູ່ ອິນໂດເນເຊຍ (ພາບ: AFP/TTXVN) |
ໂຄສົກອົງການຮັບຜິດຊອບການຫລຸດຜ່ອນໄພພິບັດທຳມະຊາດຂອງ ອິນໂດເນເຊຍ ທ່ານ Sutopo ໃຫ້ຮູ້ວ່າ: ຈຳນວນຄົນເສຍຊີວິດ ແລະ ຮັບບາດເຈັບຜ່ານການຢັ້ງຢືນແມ່ນຂຶ້ນກັບເມືອງ Sambelia ຂອງເກາະ Lombok. ປັດຈຸບັນ ເຈົ້າໜ້າທີ່ໄດ້ປະກາດຄຳສັ່ງຫ້າມຊົ່ວຄາວການເຄື່ອນໄຫວຂຶ້ນພູ Rinjani ຍ້ອນດິນເຊາະເຈື່ອນຢູ່ພູເຂົາໄຟນີ້. ເກາະ Lombok ແມ່ນສະຖານທີ່ທ່ອງທ່ຽວລືຊື່ຢູ່ທາງຕາເວັນອອກສ່ຽງໃຕ້ປະເທດ ອິນໂດເນເຊຍ ແລະ ຫ່າງຈາກເກາະທ່ອງທ່ຽວ Bali ປະມານ 100 ກມ ໄປທາງທິດຕາເວັນອອກ.

