ນີ້ແມ່ນເຫດວາງລະເບີດອັນນອງເລືອດ 2 ຄັ້ງຢູ່ ປາກິດສະຖານໃນວັນດຽວກັນ. ຕາມບັນດາພາຫະນະສື່ມວນຊົນທ້ອງຖິ່ນແລ້ວ, ເຫດວາງລະເບີດທຳອິດເກີດຂຶ້ນຢູ່ຕະຫລາດໃຈກາງຂອງນະຄອນ, ບ່ອນທີ່ມີຫລາຍຄົນພວມຊື້ເຄື່ອງຂອງໃຫ້ເທດສະການ Eid ຈະມາເຖິງ, ພາຍຫລັງພຽງ 2,3 ນາທີ, ເຫດວາງລະເບີດທີ 2 ເກີດຂຶ້ນ ເມື່ອທຸກຄົນຄວມເຕົ້າໂຮມກັນຢູ່ສະຖານທີ່ເກີດເຫດວາງລະເບີດທຳອິດເພື່ອຊ່ວຍເຫຼືອບັນດາຜູ້ປະສົບເຄາະຮ້າຍ. ໃນບັນດາກໍລະນີຖືກຮັບບາດເຈັບ ມີປະມານ 30 ຄົນພວມຢູ່ໃນອາການເປັນອັນຕະລາຍທີ່ສຸດ.