ຕຳຫຼວດຢູ່ສະຖານທີ່ເກີດເຫດ

ໂຄສົກຂອງຫ້ອງການໄອຍະການສະຫະລັດ ແບນຊິກ ທ່ານ Eric Van Der Sypt ປະກາດວ່າ: ເຫດບຸກໂຈມຕີເກີດຂຶ້ນຢູ່ສະຖານີລົດໄຟທີ່ໃຈກາງໃນເວລາ 18 ໂມງ 30 ນາທີ GMT, ແຕ່ບໍ່ມີຄວາມບາດເຈັບລົ້ມຕາຍສຳລັບປະຊາຊົນ ກໍ່ຄືການທຳລາຍບໍ່ຫຼາຍປານໃດ. ພາຍຫຼັງເຫດວາງລະເບີດໜຶ່ງຊົ່ວໂມງ, ສູນແກ້ໄຂວິກິດການສະຫະລັດ ໃຫ້ຮູ້ວ່າ ສະພາບການໄດ້ຖືກຄວບຄຸມແລ້ວ, ພ້ອມທັງຮັກສາລະດັບການເຕືອນໄພກໍ່ການຮ້າຍຂອງ ແບນຊິກ ຢູ່ລະດັບ 3, ລະດັບສູງທີສອງ. ເຈົ້າຄອງນະຄອນ Philippe Close ກໍ່ໃຫ້ຮູ້ວ່າ ປະຈຸບັນ, ສະພາບການຢູ່ເຂດໃຈກາງ ບຣຸກແຊນ ພວມສະຫງົບຢູ່. ທ່ານນາຍົກລັດຖະມົນຕີ ແບນຊິກ Charles Michel ໃຫ້ຮູ້ວ່າ ຈະເປັນປະທານກອງປະຊຸມຂອງສະພາປ້ອງກັນຄວາມສະຫງົບໃນຕອນເຊົ້າວັນທີ 21 ມິຖຸນາ.