|
(ພາບ: ສຳນັກຂ່າວສານ ຫວຽດນາມ) |
ທີ່ການພົບປະ ທ່ານ Larsen ຢູ່ສຳນັກງານສະພາແຫ່ງຊາດ ອາເມລິກາ, ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ໄດ້ຕີລາສູງເຖິງການສະໜັບສະໜູນຂອງ ສະພາແຫ່ງຊາດ ອາເມລິກາ ສຳລັບການພົວພັນ ຫວຽດນາມ-ອາເມລິກາ ແລະ ແຈ້ງໃຫ້ສະມາຊິກສະພາຕໍ່າຮັບຊາບກ່ຽວກັບສະພາບການພັດທະນາໃນທຸກດ້ານຂອງ ຫວຽດນາມ ແລະ ໝາກຜົນຂອງການຢ້ຽມຢາມ ອາເມລິກາ ຢ່າງເປັນທາງການທີ່ຜ່ານມາ ຂອງ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. ຢືນຢັນວ່າ: ຖືເປັນສຳຄັນການພົວພັນລະຫວ່າງ ອາເມລິກາ ແລະ ພາກພື້ນອາຊີ - ປາຊີຟິກ, ທ່ານ Rick Larsen ສະມາຊິກສະພາຕໍ່າ ໃຫ້ຮູ້ວ່າ ອາເມລິກາ ມີຄວາມສົນໃຈເຖິງເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ແລະ ປີ APEC ຫວຽດນາມ 2017, ເຊື່ອໝັ້ນວ່າ ຫວຽດນາມ ຈະຮັບປະກັນໄດ້ບົດບາດເປັນປະເທດຈັດຕັ້ງ ແລະ ປະສານງານປີ APEC 2017 ໃຫ້ປະສົບຜົນສຳເລັດ, ປະກອບສ່ວນຊຸກຍູການຮ່ວມມືທຸກດ້ານ, ພິເສດແມ່ນດ້ານເສດຖະກິດ, ການຄ້າ, ການປ້ອງກັນຄວາມສະຫງົບຢູ່ພາກພື້ນ ອາຊີ - ປາຊີຟິກ.

