ຊາວ ເກຼັກ ຊື້ສິນຄ້າທີ່ຕະຫລາດແຫ່ງຫນຶ່ງ ຢູ່ Athens |
ເຖິງຢ່າງໃດກໍຕາມ, ຄຳປະກາດຂອງ EC ບໍ່ໃຫ້ຮູ້ລາຍລະອຽດຕື່ມ. ປະຈຸບັນ ເກຼັກ ເກືອບຄືວ່າ ພວມຜ່ານຜ່າວິກິດການຫນີ້ສາທາລະນະຊື່ງໄດ້ຍູ້ພື້ນຖານເສດຖະກິດປະເທດນີ້ຕົກເຂົ້າສູ່ສະພາບຊຸດໂຊມຢ່າງແຮງໃນຫລາຍທົດສະວັດ, ນາມຂູ່ເຮັດໃຫ້ພາກພື້ນໃຊ້ສະກຸນເງິນເອີໂຣລວມ ຖືກແຕກແຫງ. ນັບແຕ່ປີ 2010, ເກຼັກ ໄດ້ຮັບບ້ວງເງິນກູ້ຊ່ວຍລະດັບສະຖິຕິຂຶ້ນເຖິງ 260 ຕື້ ເອີໂຣ.

