ຜູ້ກໍ່ຕັ້ງເວັບໄຊ WikiLeaks ທ່ານ Julian Assange (ພາບ: Rolling Stone)

ຜູ້ກໍ່ຕັ້ງ WikiLeaks ເລີ່ມຕົ້ນການລີ້ໄພຢູ່ສະຖານທູດ ເອກວາດໍ ປະຈຳ ລອນດອນ ນັບແຕ່ປີ 2012 ແລະ ຫລັງຈາກນັ້ນ ໄດ້ຮັບຄວາມເຫັນດີໃຫ້ຖືສັນຊາດ ເອກວາດໍ 2 – 3 ປີ ຈາກລັດຖະບານ ເອກວາດໍ ໃນຄາວນັ້ນ ເພື່ອຫຼີກລ້ຽງການພາຕົວໄປ ອາເມລິກາ. ເຖິງຢ່າງໃດກໍ່ຕາມ, ເດືອນ ເມສາ ຜ່ານມາ, ລັດຖະບານ ເອກວາດໍ ໄດ້ຕັດສິນໃຈຢຸດຕິກົນໄກລີ້ໄພສຳລັບທ່ານ Julian Assange, ຊ່ວຍໃຫ້ຕຳຫລວດ ອັງກິດ ດຳເນີນການຈັບຕົວຕາມຄຳສັ່ງຂອງສານ.