ຕອນ​ບ່າຍ​ວັ​ນ​ທີ 8 ກໍ​ລະ​ກົດ, ຢູ່​ຮ່າ​ໂນ້ຍ, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ເປັນ​ປະ​ທານ​ການ​ເຮັດ​ວຽກ​ກັບ​ຄະ​ນະ​ພັກ​ນະ​ຄອນ ຮ່າ​ໂນ້ຍ ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ​ໜ້າ​ທີ່ 6 ເດືອນ​ຕົ້ນ​ປີ; ບັນ​ດາ​ໜ້າ​ທີ່, ມາດ​ຕະ​ການ​ຮັບ​ປະ​ກັນ​ປະ​ຕິ​ບັດ​ໜ້າ​ທີ່ປີ 2026; ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ມະ​ຕິ​ຂອງ​ກົມ​ການ​ເມືອງ​ວ່າ​ດ້ວຍ​ການ​ກໍ່​ສ້າງ ແລະ ພັດ​ທະ​ນາ​ນະ​ຄອນຫຼວງ ຮ່າ​ໂນ້ຍ ໃນ​ສັງ​ກາດ​ໃໝ່.

ໃນ​ການ​ເຮັດ​ວຽກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຮັບ​ຮູ້​ຮ່າ​ໂນ້ຍ ໄດ້​ເປັນ​ເຈົ້າ​ການ, ມີ​ຄວາມ​ຂ້ຽວ​ຂາດ​ໃນ​ການ​ປັບ​ປຸງ​ລະ​ບອບ​ລະ​ບຽບ​ການ, ວາງ​ແຜນ​ຜັງ, ປະ​ຕິ​ຮູບ​ການ​ບໍ​ລິ​ຫານ​ໃຫ້​ສົມ​ບູນ​ແບບ ແລະ ຜັນ​ຂະ​ຫຍາຍ​ມະ​ຕິ​ຂອງ​ກົມ​ການ​ເມືອງ, ສ້າງ​ພື້ນ​ຖານ​ໃຫ້​ແກ່​ໄລ​ຍະ​ພັດ​ທະ​ນາ​ໃໝ່. ເຖິງ​ຢ່າງ​ໃດ​ກໍ​ຕາມ, ນະ​ຄອນ ຮ່າ​ໂນ້ຍ ຕ້ອງ​ສຸມ​ໃສ່​ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່​ຈຸດ​ສຸມ​ໃນ 6 ເດືອນ​ທ້າຍ​ປີ, ໃນ​ນັ້ນ, ສູ້​ຊົນ​ບັນ​ລຸ​ການ​ເຕີບ​ໂຕ 2 ຕົວ​ເລກ ແຕ່​ບໍ່​ແລກ​ປ່ຽນ​ດ້ວຍ​ສິ່ງ​ແວດ​ລ້ອມ, ການ​ໜູນ​ຊ່ວຍ​ທາງ​ສັງ​ຄົມ ແລະ ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ. ທ່ານ​ກໍ​ເນັ້ນ​ໜັກ​ວ່າ ຮ່າ​ໂນ້ຍ ຕ້ອງ​ເພີ່ມ​ທະ​ວີມີ​ການ​ເຕີບ​ໂຕ​ໄວ​ກວ່າ ແຕ່​ມີ​ຄຸນນ​ະ​ພາບກວ່າ; ທັນ​ສະ​ໄໝ​ກວ່າ ແຕ່​ຍັງ​ຮັກ​ສາ​ໄດ້​ສີ​ສັນ​ວັດ​ທະ​ນະ​ທຳ; ຮັ່ງ​ມີ​ເຂັ້ມ​ແຂງກວ່າ ແຕ່​ປະ​ຊາ​ຊົນ​ທຸກ​ຄົນ​ລ້ວນ​ແຕ່​ໄດ້​ຊົມ​ໃຊ້​ຜົນ​ປະ​ໂຫຍດ​ຂອງການພັດ​ທະ​ນາ, ພ້ອມ​ທັງ​ນຳ​ໜ້າ​ໃນ​ການ​ສ້າງ​ບັນ​ດາ​ຮູບ​ແບບ, ກຳ​ລັງ​ໜູນ​ໃໝ່​ທີ່​ມີ​ກຳ​ລັງ​ແຜ່​ກະ​ຈາຍ​ໃນ​ທົ່ວ​ປະ​ເທດ.