ດົ່ງນາຍຕ້ອງມຸ່ງໄປເຖິງນະຄອນທັນສະໄໝ, ເປັນໜ້າດຳລົງຊີວິດ. ນີ້ແມ່ນຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໂຕເລິມ ທີ່ການເຮັດວຽກກັບຄະນະປະຈຳຄະນະພັກນະຄອນ ດົ່ງນາຍກ່ຽວກັບສະພາບການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ສະພາບການພັດທະນາເສດຖະກິດ ສັງຄົມ ແລະ ໜ້າທີ່ຈຸດສຸມຂອງທ້ອງຖິ່ນໃນໄລຍະຈະມາເຖິງ. ການເຮັດວຽກໄດ້ດຳເນີນໃນຕອນບ່າຍວັນທີ 18 ພຶດສະພາ, ຢູ່ນະຄອນ ດົ່ງນາຍ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ສະເໜີວ່າ ໃນໄລຍະຈະມາເຖິງ, ນະຄອນດົ່ງນາຍ ສຸມໃສ່ປະຕິບັດ 7 ໜ້າທີ່ຈຸດສຸມເປັນຢ່າງດີ, ໃນນັ້ນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ບັນດາມະຕິຍຸດທະສາດຂອງສູນກາງ ແລະ ມະຕິກອງປະຊຸມໃຫຍ່ອົງຄະນະພັກນະຄອນຄັ້ງປະຖົມມະລຶກ ຢ່າງມີປະສິດທິຜົນ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ:
ດົ່ງນາຍຕ້ອງມຸ່ງໄປເຖິງນະຄອນທັນສະໄໝ, ສີວິໄລ, ແຫ່ງຄວາມເມດຕາປານີ, ເປັນໜ້າດຳລົງຊີວິດ, ການເຕີບໂຕເສດຖະກິດຕ້ອງຕິດພັນກັບຄວາມກ້າວໜ້າສັງຄົມ, ການໜູນຊ່ວຍສັງຄົມ, ສະພາບແວດລ້ອມ ແລະ ສີສັນວັດທະນະທຳ. ດ້ວຍລັກສະນະພິເສດແມ່ນສູນອູດສາຫະກຳໃຫຍ່, ມີກຳມະກອນ ແລະ ຜູ້ອອກແຮງງານ ເຂົ້າເມືອງເປັນຈຳນວນຫຼາຍ, ທາງນະຄອນຕ້ອງຖືເຮືອນຢູ່ສັງຄົມ, ເຮືອນຢູ່ຂອງກຳມະກອນ, ໂຮງຮຽນ, ໂຮງໝໍ, ຮາກຖານວັດທະນະທຳ, ສະຖານທີ່ສາທາລະນະ ແລະ ຊີວິດການເປັນຢູ່ຂອງຜູ້ອອກແຮງງານ ແມ່ນພື້ນຖານທີ່ຈຳເປັນຂອງການພັດທະນາແບບຍືນຍົງ.
