ຕອນ​ບ່າຍ​ວັນທີ 22 ມິ​ຖຸ​ນາ, ຢູ່​ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 1 ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ສ້າ​ງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ ແລະ ການ​ປະ​ຕິ​ບັດ​ກົດ​ໝາຍ. ເຂົ້າ​ຮ່ວມ​ມີ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ, ທ່ານ​ປະ​ທ​ານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ແລະ ທ່ານ ເຈິ່ນ​ເກິມ​ຕູ້ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການສູນກາງພັກ.

ກ່ຽວ​ກັບ​ບົດ​ລາຍ​ງານ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ກົນ​ໄກ, ນະ​ໂຍ​ບາຍ, ວິ​ທີ​ການ​ໃຫ​ຍ່​ເພື່ອ​ຫັນ​ບັນ​ດາ​ແຜນ​ນະ​ໂຍ​ບາຍເປັນ​ລະ​ບອບ​ລະ​ບຽບ​ການ, ກຳ​ນົດ​ທິດ​ການ​ພັດ​ທ​ນະ​ເສດ​ຖະ​ກິດ​ແຫ່ງ​ລັດ​ຕາມ​ມະ​ຕິ​ເລກ​ທີ 79 ຂອງ​ກົມ​ການ​ເມືອງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮຽກ​ຮ້ອງ​ສືບ​ຕໍ່​ເຊື່ອມ​ຊືມ ແລະ ເຫັນ​ດີ​ເປັນ​ເອ​ກະ​ພາບ​ຄວາມ​ຮັບ​ຮູ້​ໃໝ່​ກ່ຽວ​ກັບ​ເສດ​ຖະ​ກິດ​ແຫ່ງ​ລັດ, ຕາມ​ນັ້ນ​ແລ້ວ, ເສດ​ຖະ​ກິດ​ແຫ່ງ​ລັດ​ຕ້ອງ​ແມ່ນ​ຮູບການປົກຄອງ​ທີ່​ເປັນ​ເອ​ກະ​ພາບ​ລວມ​ມີ: ງົບ​ປະ​ມານ​ແຫ່ງ​ລັດ, ຊັບ​ສິນ​ສາ​ທາ​ລະ​ນະ, ທີ່​ດິນ, ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ໂຄງ​ປະ​ກອບ​ພື້ນ​ຖານ​ໂຄງ​ລ່າງ, ການ​ສຳ​ຮອງ​ແຫ່ງ​ຊາດ, ລັດ​ວິ​ສາ​ຫະ​ກິດ, ອົງ​ການ​ສິນ​ເຊື່ອ​ແຫ່ງ​ລັດ, ຫຸ້ນ​ສ່ວນ​ລັດ​ຢູ່​ວິ​ສາ​ຫະ​ກິດ ແລະ ອົງ​ການ​ຂຶ້ນ​ກັບ​ລັດ.

ກ່ຽວ​ກັບ​ບົດ​ລາຍ​ງານ​ຫົວ​ເລື່ອງ​ສະ​ເພາະ​ກົນ​ໄກ, ນະ​ໂຍ​ບາຍ, ວິ​ທີ​ການ​ໃຫຍ່​ເພື່ອ​ຫັນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ການ​ກຳ​ນົດ​ທິດ​ຂອງ​ພັກ​ກ່ຽວ​ກັບ​ການ​ພັດ​ທ​ະ​ນາ​ເສດ​ຖະ​ກິດ​ທີ​ມີ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ເປັນ​ລະ​ບອບ​ລະ​ບຽບ​ການ, ທ່ານ​ເລ​ຂາ​ການ​ໃຫຍ່, ປ​ະ​ທານ​ປະ​ເທດ ໂຕ​ເລິມ ຮຽກ​ຮ້ອງ​ຫັນ​ບັນ​ດາ​ແຜນ​ນະ​ໂຍ​ບານ​ຂອງ​ພັກ​ເປັນ​ລະ​ບອບ​ລະ​ບຽບ​ການ​ຢ່າງ​ຄົບ​ຖ້ວນ ແລະ ທັນ​ການ.