ເມື່ອ​ກ່າວ​ຄຳ​ເຫັນ​ສະ​ຫຼຸບກອງ​ປະ​ຊຸມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ໃຫ້​ຮີບ​ເຮັ່ງ​ປັບ​ປຸງ​ແຜນ​ຮ່າງ​ສ້າງ​ໂຄງ​ປະ​ກອບ​ກຸ່ມ​ບໍ​ລິ​ສັດ ໄລ​ຍະ 2026 – 2030 ຄືນ​ໃໝ່​ຕາມ​ທິດ​ເນື້ອແທ້, ມີ​ຈຸດ​ສຸມ. ແຜນ​ຮ່າງ​ຕ້ອງ​ໃກ້​ຊິດ​ຕິດ​ແທດ​ກັບມະ​ຕິສະ​ບັບ​ຕ່າງໆ, ແຜນ​ຜັງ​ກ່ຽວ​ກັບ​ພະ​ລັງ​ງານ, ແຮ່​ທາດ ແລະ ຄວາມ​ຮຽກ​ຮ້ອງ​ຫັນ​ເປັນ​ສີ​ຂຽວ, ສ້າງ​ອຸດ​ສາ​ຫະ​ກຳ​ຂຸດ​ຄົ້ນ​ຕາມ​ທິດ​ສີ​ຂຽວ, ທັນ​ສະ​ໄໝ, ຍືນ​ຍົງ. ທ່ານ​ກ່າວ​ວ່າ:

“ຕ້ອງ​ຢັ້ງ​ຢືນ​ຄືນທີ່​ຕັ້ງ​ຂອງ​ກຸ່ມ​ບໍ​ລິ​ສັດ TKV ໃຫ້​ກາຍ​ເປັນ​ກຸ່ມ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ​ດ້ານ​ພະ​ລັງ​ງານ​ວັດ​ຖຸ​ດິບ​ທີ່​ທັນ​ສະ​ໄໝ, ໃນ​ສະ​ເພາະ​ໜ້າ ຮັບ​ປະ​ກັນ​​ການ​ສະ​ໜອງ​ຖ່ານ​ຫີນ​ຮັບ​ໃຊ້​ພື້ນ​ຖານ​ເສດ​ຖະ​ກິດ​ຢ່າງ​ພຽງ​ພໍ, ເປັນ​ເຈົ້າ​ການ​ນຳ​ເຂົາ, ປະ​ສົມ, ເກັບສະ​ສົມ, ຂຸດ​ຄົ້ນ​ຢູ່​ພາຍ​ໃນ​ປະ​ເທດ​ຢ່າງ​ປອດ​ໄພ, ປະ​ຢັດ ແລະ ມີ​ປະ​ສິດ​ທິ​ຜົນ, ຫັນ​ບັນ​ດາ​ແຫຼ່ງ​ສະ​ໜອງ​ຖ່ານ​ຫີນ​ນຳ​ເຂົ້າ​ເປັນຫຼາຍ​ຮູບຫຼາຍ​ແບບ. ໃນ​ໄລຍະຍາວ​, ທາງ​ກຸ່ມ​ບໍ​ລິ​ສັດ​ຕ້ອງ​ເປີດກວ້າງ​ໄປ​ສູ່​ການ​ປຸງ​ແຕ່ງລົງ​ເລິກແຮ່​ທາດ ແລະ ຫຼອ​ມ​ໂລ​ຫະ​ວັດ​ຖຸ​ທາດໃໝ່ ແລະ ບັນ​ດາ​ແຮ່​ທາດ​ຍຸດ​ທະ​ສາດເຊິ່ງ ຫວຽດນາມ ໄດ້ກຳນົດວ່າມີທ່າແຮງ.