ຕອນບ່າຍວັນທີ 2 ມິຖຸນາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໂຕເລິມ, ຫົວໜ້າຄະນະຊີ້ນຳ, ເປັນປະທານກອງປະຊຸມຄະນະຊີ້ນຳສູນກາງກ່ຽວກັບການສະຫຼຸບເບື້ອງຕົ້ນ 1 ປີແຫ່ງການເຄື່ອນໄຫວຮູບແບບອົງການສັງລວມຂອງລະບົບການເມືອງ ແລະ ຮູບແບບອຳນາດການປົກຄອງສາມຂັ້ນ.
ສະຫຼຸບກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໃຫ້ຂໍ້ສັງເກດວ່າເພື່ອບັນລຸໄດ້ຜົນສຳເລັດຕ້ອງຫັນປ່ຽນຈາກສະພາບການສັບຊ້ອນກົງຈັກໄໄປສູ່ສະພາບການເຄື່ອນໄຫວກົງຈັກໃຫ້ເປັນຢ່າງດີ, ຈາກການຈັດຕັ້ງເປັນປົກກະຕິ ໄປສູ່ການຍົກສູງຄຸນນະພາບການຄຸ້ມຄອງ, ຈາກການແບ່ງຂັ້ນແບ່ງສິດອຳນາດໄປສູ່ການຮັບປະກັນຄວາມສາມາດໃນການປະຕິບັດ. ໃນສະເພາະໜ້າ, ແກ້ໄຂບັນດາຈຸດອຸດຕັນທີ່ເກີດຂຶ້ນໃນສະພາບການຢ່າງທັນການ, ສັບຊ້ອນກົງຈັກສຳເລັດຜົນ, ຍົກສູງຄວາມສາມາດໃນການຊີ້ນຳນຳພາ, ການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດຂອງທົ່ວລະບົບການເມືອງ. ພິເສດ, ບົດລາຍງານເບື້ອງຕົ້ນ 1 ປີແຫ່ງການເຄື່ອນໄຫວຮູບແບບການຈັດຕັ້ງສັງລວມຂອງລະບົບການເມືອງ ແລະ ຮູບແບບອຳນາດການປົກຄອງສາມຂັ້ນຕ້ອງເພີ່ມເຕີມ 6 ເນື້ອໃນກຳນົດທິດໃຫຍ່, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງການຕີລາຄາການປ່ຽນແປງໃໝ່ວິທີການນຳພາຂອງພັກ ໃນຮູບແບບໃໝ່, ຄວາມສາມາດໃນການເຄື່ອນໄຫວຂອງອົງການປົກຄອງທ້ອງຖິ່ນສອງຂັ້ນເປັນຕົ້ນແມ່ນຂັ້ນຕາແສງ…
