ຕອນ​ເຊົ້າ​ວັນ​ທີ 20 ສິງ​ຫາ,ຢູ່​ສຳ​ນັກ​ງານ​ສູ​ນ​ກາງ​ພັກ (ຮ່າ​ໂນ້ຍ), ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ຟີ​ລິບ​ປິນ ໂດຍ​ທ່ານ Eduardo SL Oban Jr ​ ທີ່​ປຶກ​ສາ ນຳ​ໜ້າ, ພວມ​ມີ​ການຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ສະ​ເໜີ​ໃນ​ສະ​ພາບ​ການ​ໂລກ, ພາກ​ພື້ນ​ມີ​ການ​ຜັນ​ແປ​ທີ່​ສັບ​ສົນ, ຫວຽດ​ນາມ ແລະ ຟີ​ລິບ​ປິນ ຕ້ອງ​ສືບ​ຕໍ່​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ກາ​ນເມືອງໃຫ້ຫຼາຍກວ່າ​ອີກ, ຍູ້​ແຮງ​ການ​ຮ່ວມ​ມື, ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ເສີມ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ຮ່ວມ​ມື, ຊຸກ​ຍູ້​ການ​ລົງ​ນາມ​ໂຄງ​ການ​ກະ​ທຳ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເພີ່ມ​ທະ​ວີ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​, ໃຫ້​ຄຳ​ປຶກ​ສາ​ໃນ​ບັນ​ດາ​ບັນ​ຫາ​ຍຸດ​ທະ​ສາດ​ຢູ່​ພາກ​ພື້ນ, ໂລກ; ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ສະ​ໜັບ​ສະ​ໜູນຫຼັກ​ໝັ້ນ, ທັດ​ສະ​ນະ ແລະ ບັນ​ດາ​ຂໍ້​ລິ​ເລີ່ມ​ຂອງ​ກັນ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື ອາ​ຊຽນ ແລະ ພາກ​ພື້ນ.