ທາງນະຄອນໂຮ່ຈີມິນຕ້ອງຢຶດໝັ້ນກັບເປົ້າໝາຍໄລຍະຍາວກ່ຽວກັບສະມັດຕະພາບ, ເຕັກໂນໂລຢີ, ບຸກຄະລາກອນ ແລະ ສະພາແວດລ້ອມແຫ່ງການດຳລົງຊີວິດ. ນັ້ນແມ່ນຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ທີ່ການເຮັດວຽກກັບຄະນະປະຈຳຄະນະພັກນະຄອນ ໂຮ່ຈີມິນ, ໄດ້ດຳເນີນໃນຕອນບ່າຍວັນທີ 28 ຕຸລາ, ຢູ່ນະຄອນໂຮ່ຈີມິນ.
ຕາມແຜນການທາງນະຄອນໄດ້ວາງອອກ, ໄຕມາດທີ IV ຕ້ອງມີການເຕີບໂຕ 13,23% ເພື່ອປະຕິບັດເປົ້າໝາຍການເຕີບໂຕປີ 2026. ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖືວ່າ ນີ້ແມ່ນຄວາມຮຽກຮ້ອງຕ້ອງການສູງທີ່ສຸດ, ຮຽກຮ້ອງຕ້ອງກຳນົດຢ່າງຈະແຈ້ງຄວາມສາມາດໃນການປະກອບສ່ວນຂອງແຕ່ລະຂະແໜງການ, ແຕ່ລະໂຄງການ ແລະ ແຕ່ລະກຸ່ມວິສາຫະກິດ
ສຸມແຫຼ່ງກຳລັງແກ້ໄຂບັນດາໂຄງກາໜ, ກິດຈະກຳ ແລະ ຕະຫຼາດທີ່ອາສາມາດມີຜົນງານໃນຊຸມເດືອນທ້າຍປີ. ດ້ວຍການລົງທຶນສາທາລະນະ, ຕິດແທດຄວາມຄືບໜ້າ, ວັດຖຸອຸປະກອນ, ການຊຳລະ ແລະ ຢຶດໝັ້ນຕໍ່ການສັບຊ້ອນທຶນຮອນ ອອກຈາກບັນດາໂຄງການທີ່ຜັນຂະຫຍາຍຢ່າງຊັກຊ້າ. ລາຍຮັບງົບປະມານຕ້ອງໄປຄຽງຄູ່ກັບການປູກລ້ຽງແຫຼ່ງທຶນ ແລະ ຄຸ້ມຄອງຊັບສິນສາທາລະນະ. ຂຸດຄົ້ນແຫຼ່ງທຶນຈາກດິນຕິດພັນກັບການວາງແຜນກຳນົດໄລຍະຍາວ. ພ້ອມທັງ, ສ້າງການປະຕິບັດລະບຽບການບໍລິຫານໃຫ້ສົມບູນແບບ, ກະກຽມໜ້າພຽງ ແລະ ແຫຼ່ງທຶນໃຫ້ແກ່ລາຍການບຸລິມະສິດໃນປີ 2027, ເດັດຂາດບໍ່ປະໃຫ້ເກີດສະພາບການມອບທຶນຈຶ່ງປະຕິບັດລະບຽບການບໍລິຫານ.
