ບົດ​ຂຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ບໍ່​ພຽງ​ແຕ່​​ແມ່ນຮູບ​ພາບ​ລວມ​ກ່ຽວ​ກັບ​ສື່ມວນ​ຊົນ ແລະ ການ​ສື່​ສານ​ທັນ​ສະ​ໄໝ​ເທົ່າ​ນັ້ນ, ຫາກ​ຍັງ​ກຳ​ນົດ​ທິດ​ຍຸດ​ທະ​ສາດ, ເປີດ​ທາງ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ສື່ມວນ​ຊົນ. ບົດ​ຂຽນ ໄດ້​ວາງ​ອອກ​ບັນ​ດາ​ສິ່ງ​ທ້າ​ທາຍ, ຊີ້​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ທິດ​ກ້າວ​ເດີນ ເພື່ອ​ໃຫ້​ສື່ມວນ​ຊົນ​ປະ​ຕິ​ວັດ​ຮັກ​ສາ​ພາ​ລະ​ກຳ​ເປັນ​ເຈົ້າ​ຂອງ​ສະ​ພາບ​ແວດ​ລ້ອມ​ດີ​ຈີ​ຕອນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮຽກ​ຮ້ອງ​ໃຫ້​ສື່ມວນ​ຊົນ​ປະ​ຕິ​ວັດ​ໃນ​ສັງ​ກາດ​ໃໝ່​ຕ້ອງ​ເຕົ້າ​ໂຮມ​ຄຸນ​ທາດ​ການ​ເມືອງ ແລະ ຈິນ​ຕະ​ນາ​ການ​ປ່ຽນ​ແປງ​ໃໝ່.

ໃນ​ບົດ​ຂຽນ​ຂອງ​ເພິ່ນ, ມີ​ເນື້ອ​ໃນ​ໜຶ່ງ​ທີ່​ມີ​ລັກ​ສະ​ນະ​ກຳ​ນົດ​ທິດ​ສູງ​ ນັ້ນ​ແມ່ນ​ເລື່ອງ​ປ່ຽນ​ແປງ​ຈິນ​ຕະ​ນາ​ການ​ກ່ຽວ​ກັບ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ນັ້ນ​ແມ່ນ​ການ​ການ​ປະ​ຕິ​ວັດ​ຢ່າງ​ຮອບ​ດ້ານ​ນັບ​ແຕ່​ຈິນ​ຕະ​ນາ​ການ​ຊີ້​ນຳ​ນຳ​ພາ, ຮູບ​ແບບ​ສຳ​ນັກ​​ບັນ​າ​ທິ​ການ ຕະຫຼອດ​ຮອດ​ຂັ້ນ​ຕອນ​ຜະ​ລິດ ແລະ ວັດ​ທະ​ນະ​ທຳ​ວິ​ຊາ​ຊີບ.