ຕອນບ່າຍວັນ​ທີ 3 ຕຸ​ລາ, ຢູ່ຮາໂນ້ຍ, ທ່ານ ໂຕເລີມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້ຕ້ອນຮັບບັນດາເອກ​ອັກ​ຄະ​ລັດ​ຖະ​ທູດວິສາມັນຜູ້ມີອຳນາດເຕັມຂອງບັນດາປະເທດ ປາເລດສະຕິນ, ສາທາລະນະລັດ ເຊັກ, ແດນມາກ, ສ.ເກົາຫຼີ, ມາເລເຊຍ, ນອກແວ, ໂຮງ​ລັງ, ແບນຊິກ, ບຣາຊິນ ແລະ ຝຣັ່ງ ເນື່ອງໃນໂອກາດເອກ​ອັກ​ຄະ​ລັດ​ຖະ​ທູດບັນ​ດາ​ປະ​ເທດເຂົ້າຢື່ນສານຕັ້ງ, ເລີ່ມຕົ້ນອາຍຸການປະຕິບັດງານຢູ່ຫວຽດນາມຢ່າງເປັນທາງການ.

ທີ່ກ​ານ​ຕ້ອ​ນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ປາ​ແລັດ​ສະ​ຕິນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​​, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ຢັ້ງ​ຢືນຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ແມ່ນ​ສະ​ໜັບ​ສະ​ໜູນ​ພາ​ລະ​ກິດ​ແຫ່ງ​ການ​ຕໍ່​ສູ້​ອັນ​ຊອບ​ທຳ​ຂອງ ປະ​ຊາ​ຊົນ​ປາ​ແລັດ​ສະ​ຕິນ, ສະ​ແດງ​ຄວາມ​ຫວັງ​ຢ່າງ​ຍິ່ງ​ໃນ​ອາ​ຍຸ​ການ​ປະ​ຕິ​ບັດ​ງານ​ຂອງ​ຕົນ, ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ Shadi Abu Zarqa ຈະ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ການ​ເປີດກວ້າງ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ ຫວຽດ​ນາມ ແລະ ປາ​ແລັດ​ສະ​ຕິນ.

ໃນໂອກາດຕ້ອນຮັບທ່ານ Lukáš Kaucký ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສາທາລະນະລັດ ເຊັກ, ທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດ ໄດ້ສະເໜີໃຫ້ ສອງຝ່າຍປະສານສົມທົບກັນຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ, ນຳເອົາຂອບເຂດສາຍພົວພັນໃໝ່ກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີຜົນໂຫຍດຢ່າງແທ້ຈິງ.

ໃນການຕ້ອນຮັບທ່ານນາງ Lina Gandløse Hansen ເອກອັກຄະລັດຖະທູດຣາຊະອານາຈັກ ແດນມາກ, ທ່ານ ໂຕເລີມ ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ສະເໜີໃຫ້ສອງຝ່າຍເພີ່ມພູນຄູນສ້າງສາຍພົວພັນທາງດ້ານການເມືອງ, ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນໃຫ້ສົມຄູ່ກັບທ່າແຮງບົ່ມຊ້ອນ; ຜັນຂະຫຍາຍປະຕິບັດຄູ່​ຮ່ວມ​ມືຍຸດທະສາດສີຂຽວຢ່າງມີປະສິດທິຜົນ​​ເປີດກວ້າງການຮ່ວມມືທາງດ້ານພະລັງງານ, ທະເລ ແລະ ເສດຖະກິດທະເລ, ວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນສີຂຽວ, ການຫັນເປັນດິຈິຕອນ.

ໃນການຕ້ອນຮັບເອກ​ອັກ​ຄະ​ລັດ​ຖະ​ທູດ ສ.ເກົາຫຼີ, ທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດ ໄດ້ຢືນຢັນວ່າ ຫວຽດນາມຍາມໃດກໍຖື​ເປັ​ນສຳ​ຄັນການພົວພັນກັບສາ​ທາ​ລະ​ນະ​ລັດ ເກົາຫຼີ ແລະ ປາດຖະໜາທີ່ຈະຮ່ວມມືກັບສາ​ທາ​ລະ​ນະ​ລັດ ເກົາຫຼີ ເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ຂະຫຍາຍຕົວຢ່າງແທດຈິງ, ມີປະສິດທິຜົນ ແລະ ຍາວນານໃນທຸກໆຂົງເຂດ.

ໃນ​ການ​ຕ້ອນ​ຮັບ​ທ່ານ​ Didier Le Bret ເອກ​ອັກ​ຄະ​ລັ​ດ​ຖະ​ທູດ ຝ​ລັ່ງ, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ບົດ​ບຽນ​ປະ​ສົບ​ການ​ທາງ​ການ​ທູດ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈະ​ມີ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ອາ​ຍຸ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ງານ​ຂອງ​ຕົນ, ປະ​ກອ​ບ​ສ່ວນ​ສືບ​ຕໍ່​ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ ຮອບດ້ານ ຫວຽດ​ນາມ ຝລັ່ງ​ເຂົ້າ​ສູ່​ລວງ​ເລິກ, ແທ້​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.