ຕອນເຊົ້າວັນທີ 27 ມິຖຸນາ, ຢູ່ຕາແສງ ຮວ່າທິ້ງ, ແຂວງດັກລັກ ໄດ້ຈັດພິທີເລີ່ມລົງສືກໍ່ສ້າງຫໍຊຸມຊົນ ປະສົມກັບການປ້ອງກັນ, ຕ້ານນ້ຳຖ້ວມ ຢູ່ບັນດາບ້ານລວມ100 ຫຼັງ. ເຂົ້າຮ່ວມພິທີມີທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານ ຫງວຽນແທັງງິ, ຫົວໜ້າຄະນະນະໂຍບາຍ, ຍຸດທະສາດສູນກາງ.
ໂຄງການລົງທຶນກໍ່ສ້າງຫໍຊຸມຊົນປະສົມກັບການປ້ອນກັນ, ຕ້ານພາຍຸຢູ່ ບັນດາບ້ານ, ຖະໜົນໃນບໍລິເວນແຂວງດັກລັກ (ໄລຍະ 1) ມີຍອດເງິນລົງທຶນກວ່າ 170 ຕື້ດົ່ງ (ເກືອບ 6,5 ລ້ານ USD), ເພື່ອແນໃສ່ຫັນແຜນນະໂຍບາຍຂອງພັກ ແລະ ລັດກ່ຽວກັບການເພີ່ມທະວີຄວາມສາມາດໃນການຮັບມືກັບໄພທຳມະຊາດ, ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນຕໍ່ໜ້າການຜັນແປທີ່ນັບມື້ນັບສັບສົນຂອງການປ່ຽນແປງດິນຟ້າອາກາດ, ພ້ອມທັງສ້າງລະບົບພື້ນຖານໂຄງລ່າງຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນໃຫ້ສົມບູນແບບ.
