ເຫດ​ການ​ດັ່ງ​ກ່າວ​ໄດ້​ດຳ​ເນີນ​ໃນ​ໂອ​ກາດ​​ລະ​ນຶກວັນ​ທະ​ຫານ​ເສຍ​ອົງ​ຄະ, ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຄົບ​ຮອບ 79 ປີ (27/07/1947 – 27/07/2026) ແລະ ປະ​ຕິ​ບັດ​ບັ້ນ​ຮົບ 500 ວັນ ແລະ ຄືນ​ຍູ້​ແຮງ​ການ​ປະ​ຕິ​ບັດ​ຊອກ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່​ນາມ​ສະ​ກຸນ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ.

ສູນ​ຮັບ, ເກັບ​ຮັກ​ສາ​ຕົວ​ຢ່າງ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ໄດ້​ຮັບ​ການ​ລົງ​ທຶນ​​ກໍ່​ສ້າງ​ໂຄງ​ລ່າງ​ເຕັກ​ນິກ​ທີ່​ສາ​ມາດຕອບ​ສະ​ໜອງ​ໜ້າ​ທີ່​ຮັບ, ເກັບ​ຮັກ​ສາປະ​ມານ 300.000 ຕົວ​ຢ່າງ, ດ້ວຍ​ມາດ​ຖານ​ເຕັກ​ນິກ​ທີ່​ທັນ​ສະ​ໄໝ, ເກັບ​ຮັກ​ສາ​ໄດ້​ຍາວ​ນານ, ຮັບ​ປະ​ກັນ​ຄຸນ​ນະ​ພາບ​ຂອງ​ຕົວ​ຢ່າງ ເພື່ອ​ຮັບ​ໃຊ້​ວິ​ວັດ​ທະ​ນາ​ການ​ຢັ້ງ​ຢືນ AND. ກິດ​ຈະ​ກຳ​ດັ່ງ​ກ່າວ ຄາ​ດ​ວ່າ​ຈະ​ໄດ້​ນຳ​ເຂົ້າ​ໃຊ້​ງານ​ໃນ​ໄຕ​ມາ​ທີ 2 ປີ 2027.

ເມື່ອ​ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ພົນ​ໂທ ຫງວຽນ​ວັນ​ເຢົ່າ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນ​າມ, ຮອງ​ຫົວ​ໜ້າ​ຄະ​ນະ​ປະ​ຈຳ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊ​າດ​ກ່ຽວ​ກັບ​ການ​ຊອກ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢື​ນ​ຊື່​ນາມ​ສະ​ກຸນ​ອັ​ດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ (ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ 515), ໄດ້​ເນັ້ນ​ໜັກ​ວ່າ:

“ນີ້​ບໍ່​ພຽງ​ແຕ່​ແມ່ນ​ກິ​ດ​ຈະ​ກຳ​ກໍ່​ສ້າງ​ຢ່າງ​ດຽວ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ກິດ​ຈະ​ກຳ​ແຫ່ງ​ຄວາມ​ຮັບ​ຜິດ​ຊອບ, ຮູ້​ບຸນ​ຄຸນ ແລະ ຄວາມ​ຫວັງ​. ອັດ​ຖິ​ແຕ່​ລະ​ຕົວ​ຢ່າງ​ທີ່​ໄດ້​ເກັບ​ຮັກ​ສາ​ຢູ່​ທີ່​ນີ້​ລ້ວນ​ແຕ່​ມີ​ຄວາ​ມ​ຄາດ​ຫວັງ​ຈະ​ຊອກ​ຫາ​ໄດ້​ຊື່​ໃຫ້​ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ​ທີ່​ໄດ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ຄວາມ​ລໍ​ຄອຍ​ຂອ​ງ​ຄອບ​ຄົວ, ວົງ​ຕະ​ກຸນ ແລະ ບ້ານ​ເກີດ​ເມືອງນອນ. ນັ້ນ​ແມ່ນ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ມະ​ນຸດ​ອັນ​ສູງ​ສົ່ງ​ ເຊິ່ງ​ກິດ​ຈະ​ກຳ​ນີ້​ມຸ່ງ​ໄປ​ເຖິງ”.