ລາຍການຖີບລົດຖີບເປີດສາກບັ້ນເຄື່ອນໄຫວຊົ່ວໂມງໜ່ວຍໂລກປີ 2022 (ພາບ: TTXVN) |
ເຢືອງກວັກຈູງ, ຊາວໜຸ່ມອາສາສະໝັກ ເຂົ້າຮ່ວມເຫດການນີ້ ແບ່ງປັນວ່າ:
“ນ້ອງໄດ້ເຂົ້າຮ່ວມການເຄື່ອນໄຫວ ຊົ່ວໂມງໜ່ວຍໂລກ ໄດ້ 7 ປີແລ້ວ. ນັບແຕ່ວັນທຳອິດທີ່ເຂົ້າຮ່ວມມາຮອດປັດຈຸບັນ, ນ້ອງເຫັນວ່າ ຊາວໜຸ່ມມີສະຕິກວ່າໃນການປົກປັກຮັກສິ່ງແວດລ້ອມ, ປະຢັດໄຟຟ້າ ແລະ ນ້ຳໃຈນັ້ນກໍໄດ້ແຜ່ຂະຫຍາຍສູ່ຜູ້ທີ່ຢູ່ອ້ອມຂ້າງນຳອີກ”.
ພາຍຫຼັງການເຄື່ອນໄຫວຖີບລົບຖີບ, ຄະນະຈັດຕັ້ງບັ້ນເຄື່ອນໄຫວຊົ່ວໂມງໜ່ວຍໂລກປີ 2022 ຢູ່ນະຄອນ ໂຮ່ຈີມິນ ຈະຜັນຂະຫຍາຍໂຄງການ, ການເຄື່ອນໄຫວຕ່າງໆໃນຂອບເຂດຂອງລາຍການນັບແຕ່ນີ້ຮອດທ້າຍເດືອນມີນາ 2022 ຕາມລຳດັບ. ພົ້ນເດັ່ນແມ່ນການເຄື່ອນໄຫວ “ເພີ່ມສີຂຽວ” ຈັດການປູກຕົ້ນໄມ້ຢູ່ແຄມທາງ, ລຽບຕາມຄອງເໝືອງ, ແຄມແມ່ນ້ຳຢູ່ເຂດຊານເມືອງນະຄອນ; ບົວລະບັດ ແລະ ປັກປັກຮັກສາປ່າຢູ່ໃຕ້ນ້ຳເຄັມ…

