(ພາບ: VOV)
ປັດຈຸບັນນີ້, ແຂວງ ເລິມດົ່ງ ໄດ້ປະຕິບັດສຳເລັດການເກັບຕົວຢ່າງຢູ່ສຸສານນັກຮົບເສຍສະຫຼະຊີວິດ 9 ແຫ່ງໃນຈຳນວນທັງໝົດ 11 ແຫ່ງ. ຄາດວ່າ, ວຽກງານນີ້ຈະປະຕິບັດສຳເລັດໃນວັນທີ 19 ກໍລະກົດ, ຫຼັງຈາກນັ້ນ, ບັນດາຫົວໜ່ວຍຈະຍ້າຍໄປປະຕິບັດຢູ່ສຸສານນັກຮົບເສຍສະຫຼະຊີວິດແຂວງ ບິ່ງທ້ວນ ເກົ່າ ດ້ວຍຈຳນວນ ກວ່າ 3.400 ຂຸມຝັງສົບທີ່ຕ້ອງເກັບຕົວຢ່າງ. ທ່ານພັນໂທ ເຈິ່ນແທັງເຊີນ, ຮອງຫົວໜ້າການເມືອງກອງບັນຊາການທະຫານແຂວງ ເລິມດົ່ງ, ສະມາຊິກຄະນະຊີ້ນຳກ່ຽວກັບວຽກງານຊອກຫາ, ເຕົ້າໂຮມ ແລະ ຢັ້ງຢືນຊື່, ນາມສະກຸນນັກຮົບເສຍສະຫຼະຊີວິດຂອງ ແຂວງ (ຄະນະຊີ້ນຳ 515) ໃຫ້ຮູ້ວ່າ:
“ເລີມດົ່ງ ຕັດສິນໃຈຜັນຂະຫຍາຍບັນດາກຳລັງເພື່ອປະຕິບັດສຳເລັດວຽກງານເກັບຕົວຢ່າງກ່ອນວັນທີ 15 ພະຈິກ 2026. ໄປຄຽງຄູ່ກັບວຽກງານຂຸດຄົ້ນເພື່ອເກັບຕົວຢ່າງຢັ້ງຢືນ AND, ພ້ອມດຽວກັນນັ້ນ, ພວກຂ້າພະເຈົ້າກໍ່ຈະຜັນຂະຫຍາຍແຜນການເກັບກຳຂໍ້ມູນເພື່ອຊອກຫາເຕົ້າໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ”.
ນັບແຕ່ວັນທີ 18 – 21 ກໍລະກົດ, ແຂວງ ຢາລາຍ ກໍໄດ້ຈັດບັ້ນເຄື່ອນໄຫວເກັບຕົວຢ່າງ ADN ໃຫ້ແກ່ຍາດພີ່ນ້ອງນັກຮົບທີ່ຍັງບໍ່ທັນຢັ້ງຢືນຊື່ - ນາມສະກຸນໄດ້ໃນຂອບເຂດທົ່ວແຂວງ.
