ຕອນ​ບ່າຍ​ວັນ​ທີ 9 ກັ​ນ​ຍາ, ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ສະ​ຫະ​ພັນ ຊາວ​ໜຸ່ມ ຫວຽດ​ນາມ ໄດ້ຈັດ​ການ​ພົບ​ປະ​ກັບ​ສື່ມວນ​ຊົນ, ເລີ່ມ​ຕົ້ນຂະ​ບວນ​ການ ແລະ ການ​ແຂ່ງ​ຂັນ “ຊາວ​ໜຸ່ມມີ​ຊີ​ວິດ​ທີ່​ສວຍ​ງາມ” ປີ 2026. ການ​ແຂ່ງ​ຂັນໂດຍ​ສູນ​ກາງ​ສະ​ຫະ​ພັນ ຊາວ​ໜຸ່ມ ຫວຽດ​ນາມ ຈັດ​ຂຶ້ນ​ເພື່ອ​ແນ​ໃສ່​ເຊີດ​ຊູ​ບັນ​ດາຊາວ​ໜຸ່ມ​ທີ່​ມີ​ວຽກ​ເຮັດ​ງານ​ທຳ, ມີ​ການ​ກະ​ທຳ​ທີ່​ດີ, ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ສາ​ມັກ​ຄີ, ຮັກ​ແພງ​ເຊິ່ງ​ກັນ​ແລະ​ກັນ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ຊຸມ​ຊົນ, ສັງ​ຄົມ. ການ​ແຂ່ງ​ຂັນ​ໄດ້​ຈັດ​ຂຶ້ນ​ແຕ່​ປີ 2017, ມາ​ຮອດ​ປັດ​ຈຸ​ບັນ ໄດ້​ເຊີດ​ຊູ​ຊາວ​ໜຸ່ມ 212 ຄົນ​ໃນ​ທົ່ວ​ປະ​ເທດ. ຕາມ​ຄະ​ນະ​ຈັດ​ຕັ້ງ​ແລ້ວ, ເປົ້າ​ໝາຍ​ເຂົ້າ​ຮ່ວມ​ແມ່ນ​ສະ​ມາ​ຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ ຫວຽດ​ນາມ ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ໃນ​ເກນ​ອາ​ຍຸ​ແຕ່ 16 ຫາ 30 ປີ, ພະ​​ນັກ​ງານຜູ້​ຮັບ​ຜິດ​ຊອບ ຫຼື ບໍ່​ຮັບ​ຜິດ​ຊອບວຽກ​ງານ​ຊາວ​ໜຸ່ມ ແຕ່ 23 ຫາ 35 ປີ, ໃນ​ກໍ​ລະ​ນີ​ພິ​ເສດ​ແມ່ນ​ບໍ່​ເກີດ 40 ປີ​ໂດຍ​​ສະ​ພາ​ການ​ແຂ່ງ​ຂັນ​ພິ​ຈາ​ລະ​ນາ.