ກ່າວ​ຄຳ​ເຫັນ​ທີ່​ເ​ຫດ​ການ, ທ່ານ ເຈິ່ນ​​ເຟືອກເຊີ​ນ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາ​ປະ​ຊາ​ຊົນ​ນະ​ຄອນ ດ່ານັ້ງ, ທັງ​ເປັນ​ຫົວ​ໜ້າ​ຄະ​ນະ​ຈັດ​ງານ​ແຂ່ງ​ຂັນ Heineken Pickleball World Cup 2026, ປະ​ທານ​ສະ​ຫະ​ພັນ Pickleball ນະ​ຄອນ ດ່ານັ້ງ, ໃຫ້​ຮູ້​ວ່າ ງານ​ແຂ່ງ​ຂັນ​ແມ່ນ​ວັນ​ບຸນ​ສາ​ກົນ, ສ້າງ​ໂອ​ກາດ​ເພື່​ອ​ໃຫ້​ນັກ​ກິ​ລາ​ທີ່ມາ​ຈາກ​ຫຼາຍ​ປະ​ເທດ, ຫຼາຍ​ພື້ນ​ຖານ​ວັດ​ທ​ະ​ນະ​ທຳ ແລະ ປະ​ຊາ​ຄົມ​ໄດ້​ພົບ​ປະ​ກັນ, ແຂ່ງ​ຂັນ, ເຊື່ອມ​ຕໍ່ ແລະ ແບ່​ງ​ປັນ​ຄວາມ​ເມົ​າ​ມົວ​ກັບ​ກິ​ລາ. ນີ້ກໍ່​ແມ່ນ​ໂອ​ກາດ​ເພື່ອ​ໃຫ້ ດ່ານັ້ງ ຢືນ​ຢັນ​ທີ່​ຕັ້ງ​ເປັນ​ຈຸດ​ນັດ​ພົບ​ສາ​ກົນ, ຈາກນັ້ນ​ກໍ​ສ້າງ​ປະ​ຖົມ​ປັດ​​ໄຈ​ເພື່ອ​ດຶງ​ດູດ​ບັນ​ດາ​ແຫຼ່ງ​ກຳ​ລັງ​ລົງ​ທຶນ, ການທ່ອງ​ທ່ຽວ ແລະ ການບ​ໍ​ລິ​​ການ​ທີ່​ມີ​ຄຸນ​ນະ​ພາບ​ສູງ.

ງານ​ແຂ່ງ​ຂັນ Heineken Pickleball World Cup 2026 ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 30 ສິງ​ຫາ - 06 ກັນ​ຍາ. ພິ​ທີ​ໄຂ​ງານ​ແຂ່ງ​ຂັນ​ຈະ​ຈັດ​ຂຶ້​ນ​ໃນ​ຕອນ​ບ່າຍ​ວັນ​ທີ 02 ກັນ​ຍາ ຢູ່​ຫໍ​ກິ​ລາ ຕຽນ​ເຊີນ.