ທ່ານ Kunio Umeda, ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳຫວຽດນາມ

ພາບ:truyenhinhnghean

ທີ່ພິທີ, ທ່ານ Kunio Umeda ເອກອັກຄະລັດຖະທູດ ຍີປຸ່ນ ໄດ້ເນັ້ນຫນັກວ່າ: ປີ 2018 ແມ່ນຂີດໝາຍແຫ່ງໄລຍະທາງສຳຄັນໃນການພົວພັນລະຫວ່າງສອງປະເທດ. ສອງຝ່າຍບັນລຸໄດ້ຫລາຍຜົນງານແຫ່ງການຮ່ວມມືກະໂດດຂັ້ນໃນທຸກຂົງເຂດ ຈາກຂົງເຂດການເມືອງ, ເສດຖະກິດຕະຫລອດຮອດວັດທະນະທຳການສຶກສາ, ການພົບປະແລກປ່ຽນປະຊາຊົນ. ໃນປີ 2018 ຈະມີການເຄື່ອນໄຫວຫລາຍຢ່າງເພື່ອສະເຫລີມສະຫລອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ.