|
(ພາບ: TTXVN ) |
ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ສາທາລະນະລັດ ຝລັ່ງ Emmanuel Macron ແລະ ທ່ານເລຂາເອກ ຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ Raul Castro Ruz, ທ່ານ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ຈະນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມໄປ ຢ້ຽມຢາມ ສ.ຝລັ່ງ ແລະ ຢ້ຽມຢາມທາງລັດຖະກິດ ສ.ກູບາ ຢ່າງເປັນທາງການ . ຕາມແຈ້ງການ ໃນວັນທີ 21 ມີນາ ຂອງຄະນະພົວພັນການຕ່າງປະເທດສູນກາງ, ການຢ້ຽມຢາມ ສ.ຝລັ່ງ ຢ່າງເປັນທາງການຈະໄດ້ດຳເນີນໃນລະຫວ່າງວັນທີ 25 – 27 ມີນາ 2018, ສ່ວນການຢ້ຽມຢາມທາງລັດຖະກິດຢູ່ສ.ກູບາ ຈະໄດ້ດຳເນີນໃນລະຫວ່າງວັນທີ 28 – 30 ມີນາ 2018.

