ເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ແລະ ທ່ານ Herminio Lopez Diazt ເອກອັກຄະລັດຖະທູດ ສ. ກູບາປະຈຳຫວຽດນາມ |
ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ຕີລາຄາສູງນ້ຳໃຈອັນດີງາມ ແລະ ການປະກອບສ່ວນອັນຕັ້ງໜ້າຂອງ ທ່ານ Herminio Lopez Diazt ເອກອັກຄະລັດຖະທູດ ສ. ກູບາປະຈຳຫວຽດນາມເຂົ້າໃນການປັບປຸງ ແລະ ເພີ່ມທະວີສາຍພົວພັນລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດໃນຊຸມປີທີ່ຜ່ານມາ. ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ຫວັງວ່າ 2 ປະເທດສືບຕໍ່ຍູ້ແຮງ ແລະຍົກສູງປະສິດທິຜົນການຮ່ວມມືໃນຂົງເຂດຕ່າງໆ, ເພີ່ມທະວີການສົມທົບກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ.
ສ່ວນທ່ານ Herminio Lopez Diazt ເອກອັກຄະລັດຖະທູດ ສ. ກູບາປະຈຳຫວຽດນາມ ໝັ້ນໝາຍສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພົວພັນຫວຽດນາມ-ກູບາໃນທຸກຖານະຕຳແໜ່ງຂອງຕົນ.

