ທ່ານເລຂາທິການໃຫຍ່ອົງການ NATO Jens Stoltenberg

(ພາບ: EPA/TTXVN)

ນີ້ອາດຈະໄດ້ຮັບຖືວ່າແມ່ນສັນຍານສະໜັບສະໜູນຢ່າງແຮງ ແຕ່ບໍ່ແມ່ນມີຄວາມໝາຍດຽວກັບເລື່ອງເຫັນດີເຂົ້າຮ່ວມບັນດາພາລະກຳຕໍ່ສູ້ໂດຍກົງ. ໃນການພົບປະກັບບັນດາລັດຖະມົນຕີກະຊວງປ້ອງກັນປະເທດສະຫະພາບເອີລົບ (ອີຢູ) ຢູ່ບຣຸກແຊນ, ທ່ານ Stoltenberg ຖະແຫຼງວ່າ ບັນຫາໃນປະຈຸບັນແມ່ນ NATO ຈະເຂົ້າຮ່ວມໃນຖານະເປັນສະມາຊິກຂອງກຳລັງທະຫານປະສົມໂດຍອາເມລິກາ ນຳໜ້າຫຼືບໍ່. ດ້ວຍເລື່ອງບັນດາປະເທດພັນທະມິດສະໜັບສະໜູນການເຂົ້າຮ່ວມກຳລັງທະຫານປະສົມນັ້ນ, NATO ອາດຈະສົ່ງສັນຍານຈະແຈ້ງກ່ຽວກັບການສະໜັບສະໜູນທາງດ້ານການເມືອງສຳລັບກຳລັງທະຫານປະສົມ ແລະ ສ້າງພື້ນຖານດີທີ່ສຸດໃຫ້ແກ່ການປະສານສົມທົບດັ່ງກ່າວ.