ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ
ແລະ ທ່ານນາງຮອງປະທານປະເທດ ດັ້ງທິງອກທິງ ພ້ອມດ້ວຍພະນັກງານຫ້ອງວ່າການປະທານປະເທດ (ພາບ: TTXVN) |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ຍ້ອງຍໍຊົມເຊີຍ ການປະກອບສ່ວນຂອງຫ້ອງວ່າການປະທານປະເທດ ໃນປີຜ່ານມາ, ພ້ອມທັງເນັ້ນໜັກວ່າ ປີ 2019 ແມ່ນປີມີຄວາມໝາຍ, ຄື 50 ປີແຫ່ງການປະຕິບັດພິໄນກຳ ຂອງປະທານ ໂຮ່ຈີມິນ, ປີທີ 4 ໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ, ກະກຽມກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກ… ສະນັ້ນ, ບັນດາພະນັກງານ, ລັດຖະກອນ ຫ້ອງວ່າການປະທານປະເທດບໍ່ໄດ້ປະໝາດ, ເພິ່ງພໍໃຈ ກັບບັນດາຜົນງານທີ່ບັນລຸໄດ້ ແຕ່ລະຄົນຄວນກຳແໜ້ນພາລະບົດບາດ ໜ້າທີ່; ພິເສດແມ່ນເສີມຂະຫຍາຍນ້ຳໃຈຄວາມຮັບຜິດຊອບ ຍົກສູງຄຸນນະພາບ, ປະສິດທິຜົນຂອງວຽກງານ, ຮ່ຳຮຽນຍົກລະດັບວິຊາສະເພາະ, ກຳລັງຄວາມສາມາດໃນການປະຕິບັດໜ້າທີ່ວຽກງານຢ່າງບໍ່ຢຸດຢັ້ງ…

