ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres

(ພາບປະກອບ: AP)

ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຊີ້ອອກບັນດາສິ່ງທ້າທາຍຢ່າງຮ້າຍແຮງ ເຊິ່ງໂລກພວມປະເຊີນໜ້າ, ນັ້ນແມ່ນ: ບັນດາການປະທະກັນ ແລະ ສະພາບຂາດຄວາມສະເໝີພາບນັບມື້ນັບແຜ່ຂະຫຍາຍຢ່າງກວ້າງຂວາງ, ສະພາບດິນຟ້າອາອາດທີ່ຮ້າຍແຮງ ແລະ ກະແສຟອງການໃຊ້ຄວາມຮຸນແຮງຂອງພວກຫົວຮຸນແຮງ, ບັນດາໄພນາບຂູ່ເຖິງຄວາມໝັ້ນຄົງ - ໃນນັ້ນມີອາວຸດນິວເຄຼຍ. ໃນສານຂອງຕົນ, ທ່ານ Antonio Guterres ຊີ້ແຈ້ງວ່າບັນດາສິ່ງທ້າທາຍເຊິ່ງໂລກຕ້ອງປະເຊີນໜ້າ ພວມຂ້າມບັນດາຊາຍແດນ. ສະນັ້ນ, ທຸກໆຄົນຕ້ອງຜ່ານຜ່າຄວາມແຕກໂຕນເພື່ອປ່ຽນແປງອະນາຄົດຂອງຕົນ. ທ່ານ Antonio Guterres ຢືນຢັນວ່າ, ເມື່ອນບັນດາປະເທດຮັບປະກັນບັນຫາສິດທິມະນຸດ ແລະ ກຽດສັກສີໄດ້, ເມື່ອນັ້ນຈຶ່ງສາມາດສ້າງໂລກແຫ່ງສັນຕິພາບ, ໝັ້ນຄົງ ແລະ ຍຸຕິທຳໄດ້.