|
ເລຂາທິການໃຫຍ່ສະຫະປະຊາຊາດຮຽກຮ້ອງສ້າງໂລກປອດນິວເຄຼຍ (ພາບ: THX/TTXVN) |
ໃນຖະແຫຼງການຜ່ານໂຄສົກ, ທ່ານ Guterres ໃຫ້ຮູ້ວ່າ: “ການກະທຳດັ່ງກ່າວໄດ້ລະເມີດບັນດາມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ແມ່ນໄພນາບຂູ່ຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ຶ້ນ”. ໃນຂະນະນັ້ນ, ບັນດາແຫຼ່ງຂ່າວທາງການທູດໃຫ້ຮູ້ວ່າ, ໃນວັນດຽວກັນ, ອາເມລິກາ ໄດ້ເຈລະຈາກັບຈີນ ເພື່ອແນໃສ່ບັນລຸຂໍ້ຕົກລົງກ່ຽວກັບການກ່າວປະນາມຢ່າງຮຸນແຮງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບເຫດຍິງທົດລອງລູກສອນໄຟຂອງສປປ.ເກົາຫຼີ. ສະພາຄວາມໝັ້ນຄົງສະຫະປະຊາຊາດ ຈະຈັດກອງປະຊຸມລັບໃນວັນທີ 15 ພຶດສະພາ ພາຍຫຼັງເຫດຍິງລູກສອນໄຟນຳວິຖີໃນວັນທີ 14 ພຶດສະພາ ເຊິ່ງພຽງຢາງ ຖະແຫຼງວ່າອາດຈະຕິດ “ຫົວນິວເຄຼຍປະເພດໜັກ”.

